ສສຍລ ຈັດພິທີປະດັບ ຍ້ອງຍໍ ຜົນສໍາເລັດກອງປະຊຸມສຸດຍອດການນຳແມ່ຍິງອາຊຽນ ຄັ້ງທີ 3 ແລະ ກອງປະຊຸມປິ່ນອ້ອມ ປີ 2024.
ສສຍລ ຈັດພິທີປະດັບ ຍ້ອງຍໍ ຜົນສໍາເລັດກອງປະຊຸມສຸດຍອດການນຳແມ່ຍິງອາຊຽນ ຄັ້ງທີ 3 ແລະ ກອງປະຊຸມປິ່ນອ້ອມ ປີ 2024 ໃນວັນທີ 8 ພຶດສະພາ 2026, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ; ມີຮອງປະທານຄະນະບໍລິຫານງານ ສສຍລ, ອະດີດຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ, ຕາງໜ້າກະຊວງຍຸຕິທຳ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າສູນກາງສະຫະພັນກຳມະບານ ພ້ອມດ້ວຍພະນັກງານ ສສຍລ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານນາງ ທຳມາ ເພັດວິໄຊ ໄດ້ຟັງການຜ່ານດຳລັດວ່າດ້ວຍການປະດັບຫຼຽນໄຊແຮງງານ ສະບັບເລກທີ 232/ປປທ ລົງວັນທີ 7 ພະຈິກ 2025, ຜ່ານໃບມອບສິດສະບັບເລກທີ 304/ນຍ ລົງວັນທີ 30 ທັນວາ 2025, ໂດຍປະດັບຫຼຽນໄຊແຮງງານ ຊັ້ນ II ຈຳນວນ 35 ທ່ານ, ປະດັບຫຼຽນໄຊແຮງງານຊັ້ນ III ຈຳນວນ 09 ທ່ານ, ໃຫ້ກຽດປະດັບໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານ ຄະນະບໍລິຫານງານ ສສຍລ. ຈາກນັ້ນ ທ່ານ ນາງ ວົງອາກອນ ເພັງດາລິດ ຮອງຫົວໜ້າກົມຈັດຕັ້ງໄດ້ຜ່ານດຳລັດວ່າຂອງນາຍົກລັດຖະມົນຕີວ່າດ້ວຍການປະດັບຫຼຽນກາແຮງງານ ເລກທີ 678/ນຍ ລົງວັນທີ4 ພະຈິກ 2025, ໂດຍປະດັບຫຼຽນກາແຮງງານ ຈຳນວນ 59 ທ່ານ ໃຫ້ກຽດ ປະດັບໂດຍ ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ. ພ້ອມດຽວກັນ ໄດ້ຮັບຟັງການຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການມອບໃບຍ້ອງຍໍລັດຖະບານ ເລກທີ 696/ນຍ 4 ພະຈິກ 2025 ຈຳນວນ 32 ທ່ານ ແລະ ມອບໃບຍ້ອງຍໍ ສສຍລ ຈຳນວນ 8 ທ່ານ ໃນບັ້ນດຳເນີນກອງປະຊຸມສຸດຍອດການນຳແມ່ຍິງອາຊຽນ ຄັ້ງທີ 3 ໃນປີ 2024. ໂອກາດດຽວກັນນີ້ ຍັງໄດ້ມອບໃບຍ້ອງຍໍຂອງ ສສຍລ ເນື່ອງໃນຜົນງານການປະກອບສ່ວນ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ໃບຍ້ອງຍໍ, ໃບຊົມເຊີຍ ໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ມອບໂດຍ ທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານ ສສຍລ.
ການປະດັບຫຼຽນໃນຄັ້ງນີ້ ເປັນການຍ້ອງຍໍທີມີຜົນງານດີເດັ່ນ ປະກອບສ່ວນເຫື່ອແຮງສະຕິປັນຍາເຂົ້າໃນບັ້ນກະກຽມ ແລະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍສະເພາະກອງປຊຸມສຸດຍອດການນຳແມ່ຍິງອາຊຽນ ຄັ້ງທີ 3 ແລະ ກອງປະຊຸມປິ່ນອ້ອມ ຂອງອາຊຽນໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ຜົນງານດັ່ງກ່າວ ເປັນສ່ວນໜຶ່ງໃນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາປະເທດຊາດ.


