ປະທານ ສສຍລ ເຂົ້າຮ່ວມ ກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 4 ສະໄໝທີ XI

Jan 20, 2025

ປະທານ ສສຍລ ເຂົ້າຮ່ວມ ກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 4 ສະໄໝທີ XI
………………………………………….
ວັນທີ 16 ມັງກອນ 2025 ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ເຂົ້າຮ່ວມກອງປະຊຸມສາມັນຄົບຄະນະກຳມະການ ສູນກາງແນວລາວສ້າງຊາດ ຄັ້ງທີ 4 ສະໄໝທີ XI ໂດຍການເປັນປະທານຂອງ ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ; ມີແຂກຖືກເຊີນ, ຄະນະກຳມະການ ສນຊ ອ້ອມຂ້າງສູນກາງ, ແຂວງທົ່ວປະເທດ ເຂົ້າຮ່ວມ.
ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ໂດຍສະເພາະແມ່ນ ມະຕິກອງປະຊຸມສາມັນຄົບຄະນະ ສນຊ ຄັ້ງທິີ 3 ໃນໜຶ່ງປີຜ່ານມາ ແລະ ຄົ້ນຄວ້າກໍານົດແຜນວຽກຈຸດສຸມ ໃນປີ 2025; ຮັບຟັງການລາຍງານ ແລະ ມີຄໍາເຫັນຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາອົງການແນວລາວສ້າງຊາດ ປະຈຳປີ 2024 ແລະ ແຜນການ ປີ 2025; ກອງປະຊຸມຈະໄດ້ເອກະພາບກັນໃນທິດທາງສໍາຄັນ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງແນວລາວສ້າງຊາດ; ຮັບຟັງການລາຍງານ ແລະ ມີຄຳເຫັນກ່ຽວກັບຄວາມຄືບໜ້າ ໃນການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ ຕິດພັນກັບຂະບວນການສະ ເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງພັກ-ຂອງຊາດ ປີ 2025; ປະເມີນຜົນ ແລະ ວາງໜ້າທີ່ສຳ ຄັນໃນການປະກອບສ່ວນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນຂົງເຂດແນວລາວສ້າງຊາດ; ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ແຜນພັດທະນາປະຈຳປີ 2025 ຂອງລັດຖະບານ ໂດຍຕິດພັນກັບການຈັດຕັ້ງປະຕິບັດ ມະຕິ 12 ຂອງຄະນະປະຈຳ ສນຊ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນຂົງເຂດແນວລາວສ້າງຊາດ ແລະ ຮັບຟັງການປະກອບຄຳເຫັນ ຈາກປະທານແນວລາວສ້າງຊາດບາງແຂວງ, ກຳມະການ ສນຊ, ຫົວໜ້າຄະນະທີ່ປຶກສາຂອງ ສນຊ ເພື່ອເປັນການແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງເຊິ່ງກັນ ແລະ ກັນ ເພື່ອປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ ແລະ ຮັບປະກັນ ເຮັດໃຫ້ກອງປະຊຸມເທື່ອນີ້ ສໍາເລັດຜົນຢ່າງຈົບງາມ.