ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເຂົ້າຢ້ຽມຂໍ່ານັບສົມເດັດ ມະຫາຣັດສະເພຍທິກາ ທິບໍດີ ຄຸນສຸດາຣີ

Jul 30, 2026

ໃນໂອກາດຢ້ຽມຢາມຣາຊະອານາຈັກກໍາປູເຈຍ, ຕອນເຊົ້າວັນທີ 23 ກໍລະກົດ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສົມເດັດ ມະຫາຣັດສະເພຍທິກາ ທິບໍດີ ຄຸນສຸດາຣີ, ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດກໍາປູເຈຍ. ໂອກາດສໍາຄັນດັ່ງກ່າວນີ້ ທ່ານປະທານສະພາແຫ່ງຊາດກໍາປູເຈຍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ຊົມເຊີຍຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງລາວຊຶ່ງເປັນພາກສ່ວນທີ່ສໍາຄັນໃນການຂັບເຄື່ອນການພັດທະນາສັງຄົມ ແລະ ປະເທດຊາດ, ຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມສະພາແຫ່ງຊາດ ຊຸດທີ X ທີ່ໄດ້ມີເອື້ອຍນ້ອງແມ່ຍິງລາວເປັນ ສສຊ 52 ທ່ານ ກວມ 29,71% ສະແດງໃຫ້ເຫັນຖານະບົດບາດຂອງແມມ່ຍິງລາວນັບມື້ນັບສູງ, ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ຣາຊ າອານາຈັກກໍາປູເຈຍແລະ ລາວ ຄົບຮອບ70 ປີ ໃນປີນີ້ ຊຶ່ງເປັນສາຍພົວພັນຮ່ວມມືຂອງສອງປະເທດທີ່ໄດ້ມີມາແຕ່ດົນນານ ແລະ ການນໍາຂອງສອງປະເທດໃນແຕ່ລະລຸ້ນກໍໄດ້ສືບຕໍ່ເສີມສ້າງໃຫ້ແຕກດອກອອກຜົນຢ່າງງົດງາມ, ທ່ານໄດ້ແລກປ່ຽນບົດຮຽນ ປະສົບການຮອບດ້ານໃນວຽກງານພັດທະນາໂດຍສະເພາະຂົງເຂດນິຕິບັນຍັດ ແລະ ການປະກອບສ່ວນຂອງເອື້ອຍນ້ອງແມ່ຍິງຂອງທັງສອງປະເທດ. ທ່ານປະທານສສຍລ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະເໜີຄວາມສໍາຄັນກໍຄືໝາກຜົນຂອງການມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະມາຄົມແມ່ຍິງກໍາປູເຈຍເພື່ອການພັດທະນາ ແລະ ສັນຕິພາບ ພ້ອມທັງລາຍງານເຖິງການປະຕິບັດພາລະບົດບາດໜ້າທີ່ຂອງສະຫະພັນແມ່ຍິງລາວ ໂດຍສະເພາະບົດບາດໃນສະພາລວມເຖິງການພົວພັນຮ່ວມມືກັບແມ່ຍິງກໍາປູເຈຍທີ່ເປັນມູນເຊື້ອມາແຕ່ດົນນານ ປັດຈຸບັນທັງສອງຝ່າຍກໍາລັງເສີມຂະຫຍາຍເຂົ້າສູ່ລວງເລິກ, ທັງສອງຕ່າງກໍໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງແມ່ຍິງທັງສອງປະເທດໄດ້ພ້ອມກັນເສີມສ້າງ, ໂດຍພາຍໃຕ້ການນໍາພາຂອງພັກ ແລະ ລັດທັງສອງປະເທດ ບໍ່ພຽງແຕ່ຢັ້ງຢືນເຖິງຄວາມເອົາໃຈໃສ່ຂອງສອງພັກລັດຕໍ່ວຽກງານແມ່ຍິງ ແຕ່ຍັງເປັນ​ການສະແດງໃຫ້ເຫັນເຖິງນໍ້າໃຈຮັກຫອມສາມັກຄີຂອງປະຊາຊົນສອງປະເທດທີ່ມີມູນເຊື້ອມາແຕ່ດົນນານ ທັງໄລຍະຕໍ່ສູ້ກູ້ຊາດກັບສັດຕູດຽວກັນ ຂອງ 3 ປະເທດອິນດູຈີນ ມາປັດຈຸບັນພັກລັດ ແລະ ປະຊາຊົນສອງຊາດໄດ້ຍົກສູງຄວາມສໍາຄັນ ແລະ ຈໍາເປັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບຮອບດ້ານໃຫ້ຍືນຍົງ ແລະ ໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ.