ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ສສຍລ ນໍາໂດຍ ທ່ານ ນາງອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຢ້ຽມຢາມ ແລະ ເຮັດວຽກນໍາສະມາຄົມແມ່ຍິງກໍາປູເຈຍເພື່ອສັນຕິພາບ ແລະ ການພັດທະນາ ທັງສອງຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອເສີມສ້າງສາຍພົວພັນທີ່ເປັນມູນເຊື້ອຂອງແມ່ຍິງທັງສອງຊາດ ແລະ ສືບຕໍ່ການຮ່ວມມືວຽກງານພັດທະນາຂອງແມ່ຍິງທັງສອງຊາດ ໂດຍສະເພາະການແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນຂ່າວສານ, ການແລກປ່ຽນຄະນະຜູ້ແທນ, ການເຂົ້າເຖິງການສຶກສາ, ການຮ່ວມມືສາກົນ. ສະເພາະການແລກປ່ຽນຄະນະຜູ້ແທນໄດ້ລະບຸວ່າ: ສອງຝ່າຍຈະຈັດຕັ້ງການພົບປະແລກປ່ຽນຄະນະການນໍາຂັ້ນສູງລະຫວ່າງສອງປະເທດໃນທຸກໆ 2 ປີ. ການແລກປ່ຽນນີ້ເພື່ອຕີລາຄາຜົນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ, ປຶກສາຫາລື ແລະ ແລກປ່ຽນປະສົບການ, ຂໍ້ມູນຂ່າວສານ ແລະ ຄວາມຮູ້ດ້ານຕ່າງໆ. ສອງຝ່າຍຈະປຶກສາຫາລື ແລະ ເຫັນດີເປັນເອກະພາບກ່ຽວກັບຈໍານວນຄະນະຜູ້ແທນ, ເນື້ອໃນ ແລະ ວັນເວລາຂອງການແລກປ່ຽນຄະນະຜູ້ແທນຕາມການຕົກລົງເຫັນດີຮ່ວມກັນ. ສອງຝ່າຍຈະໃຫ້ການຊີ້ນໍາ ແລະ ສະໜັບສະໜູນສະຫະພັນແມ່ຍິງທຸກຂັ້ນ ໂດຍສະເພາະແມ່ນຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ເພື່ອສ້າງຄວາມສະດວກໃຫ້ແກ່ການແລກປ່ຽນລະຫວ່າງຄະນະຜູ້ແທນຂັ້ນທ້ອງຖິ່ນທັງສອງຝ່າຍ. ສອງຝ່າຍຈະສຸມໃສ່ສະກັດກັ້ນຕ້ານອາດຊະຍາກໍາເຊັ່ນ: ການຄ້າແມ່ຍິງ ແລະ ເດັກນ້ອຍ, ການຄ້າຢາເສບຕິດ ແລະ ອາດຊະຍາກໍາອື່ນໆໃນສັງຄົມ ບັນດາຂໍ້ລິເລີ່ມເຫຼົ່ານີ້ຍັງເປັນການສົ່ງເສີມການພັດທະນາເຂດຊາຍແດນ, ສັນຕິພາບ, ມິດຕະພາບ, ການຮວມມື ແລະ ການພັດທະນາໂດຍລວມ. ລົງນາມບົດບັນທຶກໂດຍ ສົມເດັດ ກິດຕິຊັງ ກາຮາບິນດິດ ມຽນສໍາອານ ປະທານສະມາຄົມແມ່ຍິງກໍາປູເຈຍເພື່ອສັນຕິພາບ ແລະ ການພັດທະນາ ແລະ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ທີ່ພະນົມເປັນ ລາຊາອານາຈັກກໍາປູເຈຍ, ວັນທີ 22 ກໍລະກົດ 2026.

