ວັນທີ 6 ກຸມພາ 2025, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງວຽນ ມິງ ເຕິມ ( Nguyễn Minh Tâm ) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດ ສສ. ຫວຽດນາມ ປະຈຳ ສປປ ລາວ ຄົນໃໝ່. ໂອກາດດັ່ງກ່າວນີ້ ທ່ານປະທານ ສສຍລ ໄດ້ສະແດງຄວາມຊົມເຊີຍ ແລະ ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງນຳສະເໜີພາລະບົດບາດໜ້າທີ່ ຂອງ ສສຍລ ແລະ ການຈັດຕັ້ງປະຕິບັດວຽກງານໃນຂົງເຂດສະຫະພັນແມ່ຍິງ ເວົ້າລວມ ເວົ້າສະເພາະການຮ່ວມມືລະຫວ່າງສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງຫວຽດນາມ ຊຶ່ງສະແດງໃຫ້ເຫັນເຖິງສາຍພົວພັນທີ່ເປັນມູນເຊື້ອທີ່ການນໍາຮຸ່ນກ່ອນໄດ້ສ້າງໄວ້ໃຫ້ບັນດາລູກຫຼານໄດ້ສືບທອດອັນດີງາມນີ້ໄວ້ ທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາກ້າວຂຶ້ນໄປເລື້ອຍໆ.
ໂອກາດນີ້, ທ່ານ ຫງວຽນ ມິງ ເຕິມ ( Nguyễn Minh Tâm ) ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຈາກຄະນະປະທານ ສູນກາງສະຫະພັນແມ່ຍິງລາວ ແລະ ໄດ້ປຶກສາຫາລື ການຈັດຕັ້ງປະຕິບັດວຽກງານຮ່ວມກັນໃນຕໍ່ໜ້າເພື່ອໃຫ້ມີທ່າກ້າວທີ່ດີຂຶ້ນ ໂດຍສະເພາະການເສີມຂະຫຍາຍການຮ່ວມມືລະຫວ່າງ ສະຫະພັນແມ່ຍິງສອງຊາດ ລາວ-ຫວຽດນາມ ຊຶ່ງຈະໄດ້ພ້ອມກັນເພີ່ມທະວີສາຍພົວພັນອັນສະໜິດແໜ້ນໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ ເພື່ອຍົກສູງບົດບາດສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຕະຫຼອດເຖິງສູນກາງຫາທ້ອງຖິ່ນ. ພ້ອມທັງສືບຕໍ່ໂຄສະນາ ວັດທະນາທຳອັນດີງາມຂອງສອງຊາດລາວ-ຫວຽດນາມກໍຄືແມ່ຍິງລາວ ແລະ ແມ່ຍິງຫວຽດນາມ.


