ປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະໄດ້ຮ່ວມພິທີໃສ່ບາດໜ້າຫໍຫຼັກເມືອງ

May 31, 2022 | ກິດຈະກຳ, ຂ່າວສານ ແລະ ກິດຈະກຳ, ແຂວງຈໍາປາສັກ

ຕອນເຊົ້າວັນທີ 31 ພຶດສະພາ 2022 ທ່ານ ປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະໄດ້ຮ່ວມພິທີໃສ່ບາດໜ້າຫໍຫຼັກເມືອງຮ່ວມກັບການນຳຂັ້ນ​ສູນກາງ,​ ແຂວງ​ ແລະ​ເມືອງ ພ້ອມທັງຮ່ວມຕີກອງໄຊ 9 ບາດ, ໄຕ້ທຽນໄຊ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃນງານສົມໂພດຫໍຫຼັກເມືອງ ສະເຫຼີມສະຫຼອງການສ້າງຕັ້ງນະຄອນປາກເຊ ແລະ ງານເຖຣາພິເສກ ພະອາຈານໃຫຍ່ ມະຫາສຸວັນ ຈັນທະລາດ ປະທານອົງການພຸດທະສາສະໜາສຳພັນ ແຂວງຈຳປາສັກ ທີ່ວັດໂພທິຣະນະສາສະດາຣາມ(ວັດຫຼວງປາກເຊ).