ປະດັບຫຼຽນກາລະນຶກ 70 ປີ

Apr 3, 2025

ຕອນບ່າຍວັນທີ 31 ມີນາ 2025, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ປະດັບຫຼຽນກາລະນຶກ 70 ປີ ພັກປະຊາຊົນ ປະຕິວັດລາວ ໃຫ້ແກ່ ທ່ານ ປ້າ ເຂັມເພັດ ພົນເສນາ ອະດີດຮອງປະທານຄະນະບໍລິຫານງານ ສສຍລ ເພື່ອຈາລຶກສັນລະເສີນ ຜົນງານອັນໃຫຍ່ຫຼວງ ຂອງບັນດາສະຫາຍ ພະນັກງານປະຕິວັດອາວຸໂສ ບໍານານ ຜູ້ທີ່ມີຄຸນງາມຄວາມດີ, ອຸທິດເຫື່ອແຮງ, ສະຕິປັນຍາ ປະກອບສ່ວນປະຕິບັດໜ້າທີ່ວຽກງານ ກໍຄື ສອງໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.