ສູນກາງສະຫະພັນແມ່ຍິງລາວ ປະກາດການຈັດຕັ້ງ ແລະ ພະນັກງານນຳພາ-ຄຸ້ມຄອງ ອອກຮັບອຸດໜູນບຳນານ
ວັນທີ 11 ພຶດສະພາ 2026, ສູນກາງສະຫະພັນແມ່ຍິງລາວ ຈັດພິທີປະກາດການຈັດຕັ້ງ ແລະ ພະນັກງານນຳພາ-ຄຸ້ມຄອງ ອອກຮັບອຸດໜູນບຳນານ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ; ມີຮອງປະທານຄະນະບໍລິຫານງານ ສສຍລ, ຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ, ພ້ອມດ້ວຍພະນັກງານ ສສຍລ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນກາງສະຫະພັນແມ່ຍິງລາວ ສະບັບເລກທີ 34/ຄລສພ, ລົງວັນທີ 20 ມີນາ 2026. ຫຼັງຈາກນັ້ນ, ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ຜ່ານມະຕິຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານພັກການ-ຮັບອຸດໜູນບໍານານ ຈຳນວນ 2 ທ່ານຄື: ທ່ານ ນາງ ເຫຼັກ ແສນຄຳວົງສາ ຄະນະປະຈຳພັກ ຫົວໜ້າກົມຈັດຕັ້ງແລະ ທ່ານ ນາງ ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງ ຄຊກມດ; ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານປະເພດ 2 ຈຳນວນ 4 ທ່ານ; ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານເປັນຮັກສາການແທນຫົວໜ້າກົມ ຈຳນວນ 1 ທ່ານ; ຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍ-ແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານປະເພດ 3 ຈຳນວນ 2 ທ່ານ; ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານປະເພດ 3 ຈຳນວນ 1 ທ່ານ; ຜ່ານມະຕິຕົກລົງວ່າດ້ວຍການສັບຊ້ອນສະມາຊິກພັກ; ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກຮາກຖານ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານປະທານສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານເຄື່ອນໄຫວຂອງພະນັກງານທີ່ເຂົ້າຮັບອຸດໜູນບໍານານ 2 ທ່ານ ທີ່ໄດ້ເອົາໃຈໃສ່ສຸມທຸກສະຕິປັນຍາເຫື່ອແຮງ ເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ກໍຄືການຈັດຕັ້ງສະຫະພັນແມ່ຍິງລາວມອບໝາຍໃຫ້ ຢ່າງມີຜົນສຳເລັດ; ພ້ອມນີ້ ກໍຍັງຮຽກຮ້ອງໃຫ້ທັງ 2 ທ່ານ ສືບຕໍ່ເປັນແບບຢ່າງທີ່ດີໃຫ້ພະນັກງານ-ລັດຖະກອນຮຸ່ນສືບທອດ ພ້ອມທັງສືບຕໍ່ໃຫ້ຄໍາແນະນໍາທາງດ້ານບົດຮຽນ ແລະ ປະສົບການຕ່າງໆ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານຂອງສູນກາງສະຫະພັນແມ່ຍິງໃຫ້ໜັກແໜ້ນເຂັ້ມແຂງຍິ່ງຂຶ້ນເລື້ອຍໆ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບຜິດຊອບ, ເສີມຂະຫຍາຍຄວາມຮູ້ຄວາມສາມາດເພື່ອສືບຕໍ່ພັດທະນາວຽກງານຂອງຕົນ ກໍຄືຂອງ ສູນກາງສະຫະພັນແມ່ຍິງລາວໃຫ້ມີບາດກ້າວຂະຫຍາຍຕົວໃໝ່ຢ່າງແຂງແຮງ


