ຂະບວນຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ
…………………………..
ໃນຕອນເຊົ້າ ວັນທີ 1 ມີນາ 2025, ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບຄູ່ຮ່ວມພັດທະນາ ຈັດກິດຈະກຳຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ (8 ມີນາ 1910 – 8 ມີນາ 2025) ພາຍໃຕ້ຄຳຂວັນ: “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” “For All womenand girls: Rights, Equality, Empowerment” ທີ່ສວນປະຕູໄຊ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ , ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສສຍລ, ມີການນໍາພັກ-ລັດ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ທ່ານເອກອັກຄະລັດຖະທູດ ປະຈຳ ສປປ ລາວ, ຄະນະບໍລິຫານງານ ສສຍລ, ບັນດາ ສຍກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ສະມາຄົມນັກທຸລະກິດແມ່ຍິງ, ອົງການຈັດຕັ້ງສາກົນ, ພະນັກງານລັດຖະກອນ ແລະ ມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ການຈັດງານໃນຄັ້ງນີ້ ແມ່ນໜຶ່ງໃນຫຼາຍໆກິດຈະກຳທີ່ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບຄູ່ຮ່ວມພັດທະນາຈັດຂຶ້ນ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 115 ປີ ຊຶ່ງວັນດັ່ງກ່າວແມ່ນເຫດການການເມືອງທີ່ສໍາຄັນ ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງວັນຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ແມ່ຍິງໄດ້ລຸກຂຶ້ນເດີນຂະບວນເພື່ອທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກຢຸດເຊົາການຂູດຮີດແຮງງານເດັກ, ທວງໃຫ້ແມ່ຍິງມີສິດອອກສຽງເລືອກຕັ້ງ ແລະ ລົງຮັບສະໝັກເລືອກຕັ້ງພາຍໃຕ້ຄຳຂວັນ: “ເຂົ້າຈີ່ ແລະ ດອກກຸຫຼາບ”; “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ” ນັບແຕ່ນັ້ນມາວັນທີ 8 ມີນາ ຈຶ່ງເປັນ “ວັນແມ່ຍິງສາກົນ ” ພາສາອັງກິດເອີ້ນວ່າ: ” International Women’s Day”. ໃນແຕ່ລະປີແມ່ຍິງໃນທົ່ວໂລກແມ່ນໃຫ້ຄວາມສໍາຄັນໃນການສະເຫຼີມສະຫຼອງວັນດັ່ງກ່າວ ພ້ອມທັງມີຄໍາຂວັນປະຈຳປີ ເພື່ອເປັນການປຸກລະດົມຂະບວນການຂອງແມ່ຍິງໃນທົ່ວໂລກເຂົ້າຮ່ວມຂະບວນການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນເປັນທໍາໃຫ້ແມ່ຍິງຂອງປະເທດຕົນ ກໍຄືແມ່ຍິງໃນທຸກມຸມໂລກ ຊຶ່ງເນື້ອໃນຄໍາຂວັນສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ 2025 ແມ່ນ: “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” “For ALL women and girls: Rights. Equality. Empowerment.”
ຈາກນັ້ນ, ຄະນະປະທານໄດ້ໃຫ້ກຽດຕັດແຖບຜ້າເພື່ອເປີດງານຢ່າງເປັນທາງການ, ຂະບວນການຍ່າງຄັ້ງນີ້ໄດ້ເລີ່ມຈາກສວນປະຕູໄຊ ຫາຫໍຄໍາ ແລ້ວກັບຄືນມາຫາປະຕູໄຊ. ນອກຈາກນີ້ ພາຍໃນງານຍັງມີກິດຈະກຳເຕັ້ນລີລາລີລາດ, ກິດຈະກຳຖາມ-ຕອບ ຄວາມຮູ້ຮອບຕົວ ແລະ ກິດຈະກຳອື່ນໆອີກ.



