ໃນວັນທີ 16 ສີງຫາ 2026 ທ່ານ ນາງ ດາລາມິນ ສີສະຫວ່າງ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງຄຳມ່ວນ ພ້ອມຄະນະ ແລະ ທ່ານ ນາງ ສະຫຼັກຈິດ ໄຊຍະກຸມມານ ປະທານສະມາຄົມນັກທຸລະກິດຍິງແຂວງຄຳມ່ວນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຮ່ວມກັບການນຳຂອງແຂວງ ເຊິ່ງນຳໂດຍ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກພັກ ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ນຳເອົາເຄື່ອງອຸປະໂພກ, ບໍລິໂພກຄື: ເຂົ້າ, ນໍ້າ, ປອງປາ, ແຟັບ, ຢາສີຟັນ, ແປງສີຟັນ ແລະ ເຂົ້າໜົມຈຳນວນໜື່ງ ລວມມູນຄ່າ123.000.000 ກີບ ເພື່ອຈະນຳໄປຊ່ວຍເຫລືອໃຫ້ແກ່ຄອບຄົວຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ 3 ບ້ານຄື: ບ້ານສອກເບາະ, ບ້ານນາໃຕ້ ແລະ ບ້ານຜັກອີ່ຕູ່ ເມືອງໜອງບົກ ແຂວງຄຳມ່ວນ ເພື່ອເປັນການບິແບ່ງນໍ້າໃຈໃຫ້ແກ່ຄອບຄົວທີ່ຖືກຜົນກະທົບເພື່ອນຳໄປໝູນໃຊ້ເຂົ້າໃນຊີວິດປະຈຳວັນ ສຳລັບທ່ານໃດ ຫລື ອົງກອນໃດ ມີຈຸດປະສົງ ຢາກຊ່ອຍເຫລືອຜູ້ທີ່ປະສົບໄພນໍ້າຖ້ວມຢູ່ບັນດາເມືອງສາມາດໄປ ໄດ້ທີ່ຫ້ອງວ່າການແຂວງຄຳມ່ວນ ຕິດຕໍ່ພົວພັນຄະນະຮັບຜິດຊອບໄດ້ ເບິໂທ: 020 58 823 499

