ຊາວໜຸ່ມປະຊາຊົນປະຕິວັດລາວ ສູນກາງສະຫະພັນແມ່ຍິງລາວ

Jan 20, 2025

ຊາວໜຸ່ມປະຊາຊົນປະຕິວັດລາວ ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມຜ່ານຮ່າງເນື້ອໃນ ແລະ ທາບທາມບຸກຄະລາກອນ ຮອບທີ 2
………………………………
ເພື່ອກະກຽມໃຫ້ແກ່ ການດໍາເນີນກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ XIII ທີ່ຈະຈັດຂຶ້ນໃນມໍ່ໆນີ້. ດັ່ງນັ້ນ, ໃນຕອນເຊົ້າວັນທີ 10 ມັງກອນ 2025 ຊາວໜຸ່ມປະຊາຊົນປະຕິວັດລາວ ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດກອງປະຊຸມຜ່ານຮ່າງເນື້ອໃນ ແລະ ທາບທາມບຸກຄະລາກອນ ຮອບທີ 2 ໂດຍການເຂົ້າຮ່ວມ ແລະ ມີຄໍາເຫັນຕໍ່ກອງປະຊຸມ ຂອງ ສະຫາຍ ນາງ ທຳມາ ເພັດວິໄຊ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານ ສສຍລ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ສສຍລ; ມີທ່ານ ນາງ ເຫຼັກ ແສນຄຳວົງສາ ຫົວໜ້າກົມຈັດຕັ້ງ-ພະນັກງານ, ບັນດາຄະນະບໍລິຫານງານຊາວໜຸ່ມ ສສຍລ, ເລຂາ-ຮອງເລຂາໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ສສຍລ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງທັງສອງພາກ, ຮ່າງບົດສໍາຫຼວດການນໍາພາ, ຮັບຟັງການຜ່ານມາດຖານ, ເງື່ອນໄຂຜູ້ທີ່ຈະລົງສະໝັກເລືອກຕັ້ງ ແລະ ແນະນໍາການທາບທາມ; ພ້ອມທັງຮັບຟັງຄໍາເຫັນຈາກທ່ານ ຮອງປະທານ ຄະນະບໍລິຫານງານ ສສຍລ ທີ່ໄດ້ເນັ້ນໃຫ້ສະມາຊິກຊາວໜ່ວຍໜຸ່ມ ທີ່ເປັນກຳລັງແຮງຂອງພັກ ຈົ່ງພ້ອມກັນພິຈາລະນາມາດຖານເງື່ອນໄຂຂອງບຸກຄະລາກອນທີ່ຈະລົງຮັບສະໝັກໃຫ້ແທດເໝາະ ສອດຄ່ອງ ແລະ ເປັນເອກະພາບກັນ ເພື່ອໃຫ້ການຈັດກອງປະຊຸມ ແລະ ດຳເນີນການປ່ອນບັດທາບທາມ ໃນຄັ້ງນີ້ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ໄດ້ມີພິທີມອບຫຼຽນກາລະນຶກ ເນື່ອງໃນວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ໃຫ້ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ສູນກາງສະຫະພັນແມ່ຍິງລາວຕື່ມອີກ.