ຄອສພ ຫວນຄືນມູນເຊຶ້ອວັນແມ່ຍິງສາກົນ

Mar 21, 2025

ຄອສພ ຫວນຄືນມູນເຊຶ້ອວັນແມ່ຍິງສາກົນ
ເພື່ອເປັນການຫວນຄືນມູນເຊື້ອອັນອົງອາດກ້າຫານ ຂອງເອື້ອຍນ້ອງແມ່ຍິງທົ່ວໂລກ ທີ່ໄດ້ດໍາເນີນການລຸກຂຶ້ນຕໍ່ສູ້ ເພື່ອຄວາມເປັນອິດສະຫຼະພາບ ແລະ ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ໃນວັນທີ 17 ມີນາ 2025 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຄະນະບໍລິຫານງານສະຫະພັນແມ່ຍິງ ຄອສພ ກໍໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ (8/3/1910 – 8/3/2025) ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ນ. ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ຮອງຫົວໜ້າ ຄອສພ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ຄອສພ, ມີ ສະຫາຍ ນ. ພວງມາລີ ອັກຄະມຸນຕີ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII, ກໍາມະການພັກ, ປະທານສະຫະພັນແມ່ຍິງ ຄອສພ, ບັນດາຄະນະໜ່ວຍ, ສະມາຊິກສະຫະພັນແມ່ຍິງ ທົ່ວ ຄອສພ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ນ. ວິລະວອນ ພັນທະວົງ ໄດ້ໃຫ້ກຽດປາຖະກະຖາຫວນຄືນມູນເຊື້ອ ໂດຍມີບາງຕອນສະຫາຍໄດ້ກ່າວວ່າ: ການກໍາເນີດ ວັນທີ 8 ມີນາ ເປັນເຫດການໜຶ່ງທີ່ສໍາຄັນ ໃນປະຫວັດສາດ ຂອງໂລກ; ພາຍຫຼັງການຜັນປ່ຽນຈາກລະບອບສັກດີນາ ມາເປັນລະບອບນາຍທຶນ ພວກນາຍທຶນ ໄດ້ກົດຂີ່ຂູດຮີດແຮງງານ ຂອງແມ່ຍິງ ເພື່ອສ້າງຮັ່ງຄູນມີໃຫ້ແກ່ພວກເຂົາ, ພວກນາຍທຶນບັງຄັບໃຊ້ແມ່ຍິງເປັນກໍາມະກອນ ຢູ່ຕາມໂຮງຈັກ-ໂຮງງານ, ເປັນຂ້າທາດ…ໃຫ້ແກ່ພວກເຂົາ ໂດຍບໍ່ຄໍານຶງເຖິງຊີວິດການເປັນຢູ່ ຂອງແມ່ຍິງເຫຼົ່ານັ້ນ, ຈາກເຫດການດັ່ງກ່າວ ແມ່ຍິງຈຶ່ງລຸກຮືຂຶ້ນຕໍ່ສູ້ ທວງເອົາສິດ ແລະ ເອກະລາດຄືນມາ, ການຕໍ່ສູ້ໄດ້ສ່ອງແສງເຖິງກະແສຟອງ ຂອງຄວາມຄຽດແຄ້ນໄປທົ່ວໂລກ, ໂດຍສະເພາະ ແມ່ນແມ່ຍິງ ຢູ່ທະວີບອາເມຣິກາ ແລະ ທະວີບເອີຣົບ ໄດ້ທວງເອົາເວລາເຮັດວຽກ ມື້ໜຶ່ງ 8 ຊົ່ວໂມ ງ, ທວງເອົາການຮັບປະກັນສິດທິພື້ນຖານ ດ້ານສະຫວັດດີການສັງຄົມ, ການເບິ່ງແຍງໃນເວລາເຈັບ-ປ່ວຍ, ການອອກລູກ ແລະ ທວງເອົາສິດອື່ນໆ, ພາຍຫຼັງການຮັບຮອງເອົາ ວັນທີ 8 ມີນາ 1910 ເປັນວັນແມ່ຍິງສາກົນ ເປັນຕົ້ນມາ, ໃນແຕ່ລະປີ ກໍໄດ້ຈັດກອງປະຊຸມສາກົນໃນລະດັບຕ່າງໆ ເພື່ອຄົ້ໜຄວ້າປຶກສາຫາລື ກ່ຽວກັບວຽກງານແມ່ຍິງເປັນອັນສະເພາະ ແລະ ໄດ້ວາງຄໍາຂວັນ ເພື່ອສູ້ຊົນຕື່ມອີກ, ພ້ອມນັ້ນ ກໍໄດ້ມີການຮັບຮອງເອົາສົນທິສັນຍາ ແມ່ຍິງ ແລະ ເດັກນ້ອຍ, ການຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ແລະ ອື່ນໆ ໃນທົ່ວໂລກ. ນອກຈາກນັ້ນ,ສະຫາຍ ຍັງໄດ້ກ່າວຕື່ມວ່າ: ສໍາລັບ ສປປ ລາວ ຍາມໃດ ພັກ- ລັດ ກໍໃຫ້ຄວາມສໍາຄັນ ຕໍ່ວຽກງານ ຂອງແມ່ຍິງ-ເດັກນ້ອຍ, ໃຫ້ສິດສະເໝີພາບ ລະຫວ່າງ ຍິງ-ຊາຍ ທັງໄດ້ຍົກບົດບາດ ຂອງແມ່ຍິງສູ່ລະດັບສູງ, ໄດ້ແຕ່ງຕັ້ງຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ ຕື່ມອີກ; ສໍາລັບ ຄໍາຂວັນການສະເຫຼີມສະຫຼອງວັນແມ່ຍິງສາກົນ ປີ 2025 ນີ້ໄດ້ກໍານົດວ່າ: “ສິດທິຄວາມສະເໝີພາບ ແລະ ການສ້າງຄວາມເຂັ້ມແຂງ ສໍາລັບແມ່ຍິງ ແລະ ເດັກຍິງທຸກຄົນ”.
ນອກຈາກນັ້ນ, ໃນພິທີ, ກໍຍັງໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ, ຮ່າງແຜນພັດທະນາແມ່ຍິງ ຄອສພ ແລະ ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ຄອສພ ສະໄໝທີ VII. ພ້ອມນັ້ນ ກໍໄດ້ຜ່ານມາດຖານເງື່ອນໄຂ ແລະ ດໍາເນີນການທາບທາມບຸກຄະລາກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານສະຫະພັນແມ່ຍິງ ຄອສພ ຊຸດໃໝ່ຕື່ມອີກ.
ພາບ: ນ້ອຍອໍາ-ຂ່າວ: ລຽນສີ