ກິດຈະກຳແຂ່ງຂັນກິລາດອກປີກໄກ່

Feb 20, 2025

ກິດຈະກຳແຂ່ງຂັນກິລາດອກປີກໄກ່ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ.
_________________________
ວັນທີ 31 ມັງກອນ 2025, ສູນກາງສະຫະພັນແມ່ຍິງລາວ ນໍາໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສຍລ ພ້ອມດ້ວຍຄະນະສາມອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກກຳມະບານ ສສຍລ ເຂົ້າຮ່ວມແຂ່ງຂັນກິລາດອກປີກໄກ່ ຊີງຂັນມິດຕະພາບ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ ທີ່ສະໂມສອນກິລາດອກປີກໄກ່ ສູນກາງສະຫະພັນກຳມະບານລາວ. ກິດຈະກຳແຂ່ງຂັນກິລາຄັ້ງນີ້ ເພື່ອສ້າງຂະບວນການ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ ທີ່ຈະມາເຖິງນີ້ ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງອົງການຈັດຕັ້ງມະຫາຊົນ, ກະຊວງ-ອົງການ ກໍຄືສະມາຊິກສະຫະພັນກຳມະບານທຸກພາກສ່ວນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.