ກິດຈະກຳລະນຶກວັນສາກົນເພື່ອຕ້ານການຄ້າມະນຸດ

Jul 30, 2026

ກິດຈະກຳລະນຶກວັນສາກົນເພື່ອຕ້ານການຄ້າມະນຸດ

……………………………

ໃນວັນທີ 23 ກໍລະກົດ 2026 ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກິດຈະກຳເພື່ອລະນຶກເຖິງວັນສາກົນຕ້ານການຄ້າມະນຸດຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານຄະນະບໍລິຫານງານ ສສຍລ; ຮອງປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ; ມີຮອງຜູ້ອຳນວຍການສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ; ຕາງໜ້າຫ້ອງການ, ກົມ,ສູນ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ຫ້ອງການປ້ອງກັນ ແລະ ສະກັດກັ້ນຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ, ຄູອາຈານ, ນ້ອງນັກສຶກສາ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການຈັດກິດຈະກຳໃນຄັ້ງນີ້ ເພື່ອລະນຶກວັນສາກົນຕ້ານການຄ້າມະນຸດ 30 ກໍລະກົດ ທີ່ຈະໝູນວຽນມາຄົບຮອບອີກວາລະໜຶ່ງ ເຊິ່ງໃນວັນທີ 18 ທັນວາ 2013 ກອງປະຊຸມສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດ ຄັ້ງທີ 68 ໄດ້ຮັບຮອງເອົາມະຕິເລກທີ 192 ກ່ຽວກັບການເພີ່ມທະວີຄວາມພະຍາຍາມໃນການປະສານງານເພື່ອຕ້ານການຄ້າມະນຸດ ແລະ ຕົກລົງເອົາວັນທີ 30 ກໍລະກົດ ຂອງທຸກໆປີ ເປັນວັນສາກົນຕ້ານການຄ້າມະນຸດ. ໃນວາລະ, ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຫົວຂໍ້ກ່ຽວກັບ: ການຕ້ານການຄ້າມະນຸດ, ການແຕ່ງດອງແອບແຝງ, ການບັງຄັບກະທຳຜິດທາງອາຍາ; ການແຕ່ງດອງກ່ອນໄວຂອງເດັກ; ການປ້ອງກັນ ແລະ ຜົນກະທົບຂອງສິ່ງເສບຕິດ ພ້ອມດຽວກັນນີ້ຕອນບ່າຍກໍ່ໄດ້ມີເວທີການແຂ່ງຂັນໂຕ້ວາທີຫົວຂໍ້: ການນຳໃຊ້ສື່ອອນລາຍມີຜົນປະໂຫຍດ ແລະ ໄພອັນຕະລາຍ ເພື່ອສ້າງໃຫ້ເດັກໜຸ່ມໄວໜຸ່ມໄດ້ຮຽນຮູ້ ແລະ ເຂົ້າໃຈ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາຕໍ່ກັບບັນຫາດັ່ງກ່າວ ເພື່ອນຳໄປໜູນເຂົ້າໃນຊີວິດປະຈຳວັນ ກໍ່ຄືການຮຽນຮູ້ສິ່ງໃໝ່ໃນຍຸກດິຈິຕອນ.