ສໍາມະນາກ່ຽວກັບການສ້າງຄວາມເຂັ້ມແຂງ ໃນວຽກງານຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ
…………………………………………….
ວັນທີ 24 ກຸມພາ 2025, ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຈັດສໍາມະນາກ່ຽວກັບການສ້າງຄວາມເຂັ້ມແຂງ ໃນວຽກງານຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ໂດຍການກ່າວເປີດ ແລະ ເປັນປະທານຂອງ ທ່ານ ປອ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານ ສສຍລ ຮອງປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ); ມີຮອງປະທານ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ) ບັນດາ ກະຊວງ-ອົງການ, ຕາງໜ້າຈາກສະພາແຫ່ງຊາດ, ຄະນະກົມ, ຄະນະພະແນກ, ສູນ, ຫ້ອງການ ຄຊກມດ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງຂອງ ສູນກາງສະຫະພັນແມ່ຍິງລາວ ເຂົ້າຮ່ວມ.
ການຈັດການສຳມະນາຄັ້ງນີ້, ເພື່ອຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ຢູ່ ສປປ ລາວ; ຄວາມສະເໝີພາບຍິງ-ຊາຍ, ການພັດທະນາ, ປົກປ້ອງສິດທິເດັກ, ການຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ແລະ ກົນໄກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ສະເໝີພາບຍິງ-ຊາຍ ເປັນວຽກງານທີ່ສໍາຄັນຕົ້ນຕໍຂອງສັງຄົມ ທັງເປັນບັນຫາໃຈກາງທີ່ຕ້ອງໄດ້ຮັບການພັດທະນາຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ ເວົ້າລວມ ເວົ້າສະເພາະ ກໍຄື ສປປ ລາວ ທີ່ພັກ ແລະ ລັດ ຍາມໃດກໍໃຫ້ຄວາມເອົາໃຈໃສ່ ແລະ ໄດ້ຖືສໍາຄັນວຽກງານດັ່ງກ່າວ ຊຶ່ງສະແດງອອກໃນແນວທາງຢ່າງແທ້ຈິງ ໂດຍອີງໃສ່ແນວທາງນະໂຍບາຍຂອງພັກ-ລັດທີ່ວາງອອກໃນແຕ່ລະໄລຍະ ລວມທັງໄດ້ມີກົນໄກທີ່ເຮັດວຽກກ່ຽວກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກ ໃນ ສປປ ລາວ ຊຶ່ງມີຢູ່ 3 ກົນໄກ ຄື: ສູນກາງສະຫະພັນແມ່ຍິງລາວ, ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ຄະນະສະມາຊິກສະພາແຫ່ງຊາດເພດຍິງ ເຊິ່ງແຕ່ລະກົນໄກຈະມີພາລະບົດບາດ ແລະ ໜ້າທີ່ ທີ່ແຕກຕ່າງກັນ ແຕ່ກໍແມ່ນຈຸດປະສົງເພື່ອສົ່ງເສີມ ແລະ ພັດທະນາວຽກງານຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ໃນ ສປປ ລາວ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີເອກະສານຕ່າງໆ ທີ່ກ່ຽວຂ້ອງກັບວຽກງານຄວາມກ້າວໜ້າແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ວຽກແມ່ ແລະ ເດັກ ເປັນຕົ້ນ: ກົນໄກການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃນ ສປປ ລາວ, ນິຕິກຳສາກົນກ່ຽວກັບສິດທິແມ່ຍິງ, ນິຕິກຳສາກົນກ່ຽວກັບສິດທິເດັກ ແລະ ການຈັດຕັ້ງປະຕິບັດທີ່ ຄຊກມດ ຮັບຜິດຊອບ, ຂອບນະໂຍບາຍ ແລະ ນິຕິກຳພາຍໃນ, ການປະເມີນການຈັດຕັ້ງປະຕິບັດກົດໝາຍ, ການເກັບກຳຂໍ້ມູນບົດບາດຍິງ-ຊາຍ ໃນຮູບແບບສັງເກດການ ແລະ ຮູບແບບທົ່ວໄປ ລວມທັງແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ, ວຽກແມ່ ແລະ ເດັກ ແລະ ແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ, ບັນດານິຕິກໍາພາຍໃນ ແລະ ສາກົນກ່ຽວກັບສິດທິຂອງແມ່ຍິງ ແລະ ສິດທິເດັກ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ນຳໄປຜັນຂະຫຍາຍເປັນແຜນການ, ໂຄງການ ແລະ ກິດຈະກຳອັນລະອຽດ, ການເຊື່ອມສານຄວາມສະເໝີພາບຍິງ-ຊາຍທີ່ຕິດພັນກັບວຽກງານຂອງຂະແໜງການຕົນເຂົ້າໃນແຜນລວມຂອງກະຊວງ, ອົງການ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງຈະໄດ້ສົນທະນາ ແລະ ແລກປ່ຽນບົດຮຽນຮ່ວມກັນ ໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ໃນແຕ່ລະພາກສ່ວນ ລວມທັງການຮ່ວມມືກັນໃນການຈັດຕັ້ງປະຕິບັດ ວຽກງານໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.


