ການລົງເຄື່ອນໄຫວວຽກຢູ່ແຂວງຄໍາມ່ວນ

May 27, 2025

ການລົງເຄື່ອນໄຫວວຽກຢູ່ແຂວງຄໍາມ່ວນເພື່ອປຶກສາຫາລືວຽກງານສະຖາບັນການເງິນຈຸລະພາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ
__________________
ໃນຕອນເຊົ້າວັນທີ 21 ພຶດສະພາ 2025, ທີ່ຫ້ອງປະຊຸມສະຫະພັນແມ່ຍິງແຂວງ, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ສະຫະພັນແມ່ຍິງແຂວງຄໍາມ່ວນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະຄອບຄົວ ໂດຍການເປັນປະທານຂອງ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ທັງເປັນປະທານສະພາບໍລິຫານສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະຄອບຄົວ, ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ ພ້ອມຄະນະ, ບັນດາທ່ານ ຜູ້ອໍານວຍການ ສກຈຮ ພຍຄ ພ້ອມຄະນະ,ປະທານ ສຍ ເມືອງເປົ້າຫມາຍ 6 ເມືອງ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການສະຫະພັນແມ່ຍິງແຂວງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ນາງ ວິໄລວັນ ດີລະພັນ ຜູ້ອຳນວຍການສະຖາບັນການເງິນຈຸລະລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະຄອບຄົວ ໄດ້ສະຫຼຸບລາຍງານການຈັດຕັ້ງປະຕິບັດໃນປີ 2024 ແລະ ທິດທາງແຜນການປີ 2025. ພາຍໃນກອງປະຊຸມຜູ້ເຂົ້າຮ່ວມທຸກທ່ານໄດ້ປະກອບຄໍາຄິດເຫັນ ແລະ ຖອດຖອນບົດຮຽນໃນການເຄື່ອງໄຫວວຽກໄລຍະຜ່ານມາຮ່ວມກັນຢ່າງກົງໄປກົງມາ ເພື່ອນໍາໄປປັບປຸງແບບແຜນວິທີການດຳເນີນງານໃນປີ 2025 ໃຫ້ ມີຄວາມສະດວກ ແລະ ມີປະສິດທິພາບຍິ່ງຂື້ນ. ໃນໂອກາດສໍາຄັນນີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ສສຍລ, ປະທານສະພາບໍລິຫານ ສກຈຮພຍຄ ໄດ້ເນັ້ນໜັກໃຫ້ຄະນະສະຫະພັນແມ່ຍິງແຂວງ, ຄະນະ ສຍ ເມືອງ ສືບຕໍ່ເອົາໃຈໃສ່ການຊຸກຍູ້ຕິດຕາມ, ການໂຄສະນາເຜີຍແຜ່ວຽກງານສະຖາບັນການເງິນຈຸລະພາກໄປຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານພັດທະນາແມ່ຍິງ ເພື່ອເຮັດໃຫ້ແມ່ຍິງພາຍໃນແຂວງໄດ້ເຂົ້າເຖິງການບໍລິການດ້ານການເງິນທີ່ເປັນທາງການເພື່ອສ້າງເສດຖະກິດຄອບຄົວໃຫ້ນັບມື້ນັບດີຂຶ້ນ.
(ຂ່າວ ແລະ ຮູບພາບຈາກ: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ)