#ກອງປະຊຸມ ເຊື່ອມຊຶມເອກະສານການເມືອງ-ແນວຄິດ
ຕິດພັນກັບການທາບທາມບຸກຄະລາກອນ ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງ ຄັ້ງທີ X, ຮອບທີ 1.
—— ສະຫະພັນແມ່ຍິງແຂວງອຸດົມໄຊ
ໃນຕອນບ່າຍ ວັນທີ 8 ມັງກອນ 2025 ນີ້ ສະຫະພັນແມ່ຍິງແຂວງ ໄດ້ຈັດກອງປະຊຸມ ເຊື່ອມຊຶມເອກະສານການເມືອງ-ແນວຄິດ ຕິດພັນກັບການທາບທາມບຸກຄະລາກອນ ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງ ຄັ້ງທີ X, ຮອບທີ 1 ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານຂອງທ່ານ ວັນນາ ແກ້ວສັນຕິ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີທ່ານ ນາງ ລີຈັນ ສີສຸທໍາ ປະທານສະຫະພັນແມ່ຍິງແຂວງ, ມີບັນດາທ່ານ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຄະນະຮັບຜິດຊອບກະກຽມ-ດໍາເນີນກອງປະຊຸມໃຫ່ຍຂັ້ນແຂວງ, ຄະນະປະທານສະຫະພັນແມ່ຍິງ ຮາກຖານ, ຄະນະສະຫະພັນແມ່ຍິງໜ່ວຍບັນດາພະແນກການ, ອົງການ, ສອງກອງບັນຊາການ ທະຫານ, ຕຳຫຼວດ, ໂຮງຮຽນ ໂຮງໝໍ, ທະນາຄານ ແລະ ສະຫະພັນແມ່ຍິງ ລັດວິສາຫະກິດອ້ອມຂ້າງແຂວງ ພ້ອມດ້ວຍ ສະມາຊິກສະຫະພັນແມ່ຍິງ ພາຍໃນໜ່ວຍ, ຮາກຖານຕົນ ທີ່ມີຕຳແໜ່ງບໍລິຫານ ຮອງຫົວໜ້າຂະແໜງເຂົ້າຮ່ວມທັງໝົດ 267 ທ່ານ, ຊາຍ 6 ທ່ານ.
ໃນກອງປະຊຸມ ທ່ານ ນາງ ລີຈັນ ສີສຸທໍາ ປະທານສະຫະພັນແມ່ຍິງແຂວງ ຂຶ້ນລາຍງານໂດຍຜົນກອງປະຊຸມ ຄົບຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຄັ້ງທີ 4 ສະໄໝທີ IX ແລະ ຜ່ານເອກະສານມູນເຊື້ອອັນດີງາມ ຂອງແມ່ຍິງລາວບັນດາເຜົ່າ; ຈາກນັ້ນ, ທ່ານ ວັນນາ ແກ້ວ ສັນຕິ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ; ປະທານກອງປະຊຸມໄດ້ໂອ້ລົມ ແລະ ມີທິດຊີ້ນໍາ ຕໍ່ກອງປະຊຸມພ້ອມທັງເຜີຍແຜ່ເຊື່ອມຊຶມເອກະສານ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຕໍ່ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຄະນະປະທານສະຫະພັນແມ່ຍິງ ຮາກຖານ, ຄະນະສະຫະພັນແມ່ຍິງໜ່ວຍ ບັນດາພະແນກການ, ອົງການ, ສອງກອງບັນຊາການ ທະຫານ, ຕຳຫຼວດ, ໂຮງຮຽນ ໂຮງໝໍ, ທະນາຄານ ແລະ ສະຫະພັນແມ່ຍິງ ລັດວິສາຫະກິດອ້ອມຂ້າງແຂວງ, ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ຄະນະປະທານຮາກຖານ, ຄະນະສະຫະພັນແມ່ຍິງໜ່ວຍ ທຸກພາກສ່ວນເອົາໃຈໃສ່ຕໍ່ການນໍາພາ-ຊີ້ນຳ ຕໍ່ສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍ, ຮາກຖານ ແລະພາຍໃນກົມກອງຂອງຕົນ ຍົກສູງຕໍ່ການຈັດຕັັ້ງປະຕິບັດ, ມີສະຕິຕໍ່ການນຳພາ-ຊີ້ນຳ, ຍົກສູງຄຸນນະພາບ, ສິນທຳປະຕິວັດ. ແລະ ຄະນະຮັບຜິດຊອບຂັ້ນແຂວງ ກໍ່ໄດ້ຜ່ານມາດຖານ ແລະ ເງື່ອນໄຂ ຂອງຜູ້ອອກສະໝັກຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຄັ້ງທີ X ແລະ ຜ່ານລາຍຊື່ບຸກຄະລາກອນຜູ້ສະໝັກພ້ອມທັງແນະນຳກ່ຽວກັບການລົງຄະແນນຢ່າງລະອຽດ ເພື່ອໃຫ້ຜູ້ແທນກອງປະຊຸມເຂົ້າໃຈ ຈາກນັ້ນ ຜູ້ແທນກອງປະຊຸມແຕ່ລະທ່ານ ໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນເພື່ອປ່ອນບັດຄັດເລືອກເອົາບຸກຄະລາກອນ ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງ ຄັ້ງທີ X ໃນຮອບທີ 1 ຕາມມາດຖານ ແລະ ເງື່ອນໄຂທີ່ວາງໄວ້.

