ກອງປະຊຸມ ດຳເນີນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2025

Mar 17, 2026

ກອງປະຊຸມ ດຳເນີນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2025 ຂອງ ສູນກາງສະຫະພັນແມ່ຍິງລາວ

………………………………………………..
ວັນທີ 16 ມີນາ 2026, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ຄະນະກວດສອບແຫ່ງລັດ ຈັດກອງປະຊຸມດຳເນີນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2025 ຂອງ ສູນກາງສະຫະພັນແມ່ຍິງລາວ; ໂດຍການເປັນປະທານຂອງ ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ; ມີຄະນະຫ້ອງການ, ກົມ, ສູນ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເພື່ອພັດທະນາແມ່ຍິງ ແລະ ຄອບຄົວ; ກົມກວດສອບອົງການຈັດຕັ້ງລັດ ຄະນະກວດສອບແຫ່ງລັດ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ການຈັດກອງປະຊຸມໃນຄັ້ງນີ້ ເພື່ອເປັນການກວດສອບຄືນການສ້າງແຜນລາຍຮັບ-ລາຍຈ່າຍ ງົບປະມານປົກກະຕິ; ກວດສອບການສະຫຼຸບການປະຕິບັດລາຍຮັບ-ລາຍຈ່າຍ ງົບປະມານປົກກະຕິ ປະຈຳເດືອນ, ປະຈຳງວດ ແລະ ປີ; ກວດສອບຕົວເລກຄ້າງຈ່າຍຕາມການອະນຸມັດ; ກວດສອບການປະກອບເອກະສານ ການຈັດຕັ້ງປະຕິບັດການເບີກຈ່າຍຕົວຈິງ; ກວດສອບເອກະສານລາຍງານການເງິນ ປະຈຳເດືອນ, ງວດ ແລະ ປະຈຳປີ 2026; ກວດສອບກອງທຶນສະຫະພັນແມ່ຍິງລາວ; ກວດສອບເງິນຊ່ວຍເຫຼືອລ້າທາງການພັດທະນາ ODA; ກວດສອບລະບົບຄວບຄຸມພາຍໃນ; ກວດສອບການເກັບລາຍຮັບຄ່າເຊົ່າ ແລະ ລາຍຮັບອື່ນໆ ປະຈຳປີ 2025; ກວດສອບໜີ້ຕ້ອງຮັບ-ຕ້ອງສົ່ງ; ກວດສອບບັນຊີຊັບສົມບັດ ແລະ ກວດສອບຄວາມສອດຄ່ອງທາງດ້ານລະບຽບກົດໝາຍອື່ນໆ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາງົບປະມານຕ່າງໆ ຖືກຕ້ອງຕາມລະບຽບການ, ການຄຸ້ມຄອງນໍາໃຊ້ງົບປະມານ, ຊັບສິນຂອງລັດ ໃຫ້ມີຄວາມໂປ່ງໃສ, ຖືກຕ້ອງຕາມລະບຽບກົດໝາຍ, ມີປະສິດທິພາບ ແລະ ປະສິດທິຜົນ.