ຄະນະຜູ້ແທນ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມ ຄັ້ງທີ 69 ຂອງ ຄະນະກຳມະການວ່າດ້ວຍສະຖານະພາບຂອງແມ່ຍິງ ທີ່ ນິວຢອກ ສະຫະລັດອາເມລິກາ
………………………………………………..
ໃນລະຫວ່າງວັນທີ 10-14 ມີນາ 2025 ຄະນະຜູ້ແທນຂອງ ສປປ ລາວ ນຳພາໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຜູ້ປະຈຳການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 69 ຂອງຄະນະກຳມະການ ວ່າດ້ວຍສະຖານະພາບຂອງແມ່ຍິງ ຊຶ່ງຈັດຂຶ້້ນທີ່ ສຳນັກງານໃຫຍ່ອົງການສະຫະປະຊາຊາດ ປະຈຳ ນິວຢອກ, ປະເທດສະຫະລັດອາເມລິກາ. ກອງປະຊຸມຄັ້ງນີ້ ມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກ, ຕາງໜ້າອົງການ ສປຊ ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ນັກວິຊາການ ຫຼາຍກວ່າ 1.000 ຄົນ ທີ່ມາຈາກ ກວ່າ 100 ປະເທດໃນທົ່ວໂລກເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອທົບທວນຄວາມຄືບໜ້າຂໍ້ຄົງຄ້າງ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ +30 ປີ ໃນທົ່ວໂລກ ແລະ ໝາກຜົນຂອງກອງປະຊຸມພິເສດສະໄໝທີ 23 ສະມັດຊາໃຫຍ່, ການບັນລຸຄວາມສະເໝີພາບຍິງ-ຊາຍ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ການປະກອບສ່ວນຂອງແມ່ຍິງໃນການຈັດຕັ້ງປະຕິບັດວາລະ ປີ 2030 ສຳລັບການພັດທະນາແບບຍືນຍົງ.
ໃນໂອກາດເຂົ້າຮ່ວມກອງປະຊຸມ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ປະກອບຄຳເຫັນໃນພາກສົນທະນາທົ່ວໄປ ຊຶ່ງໄດ້ລາຍງານກ່ຽວກັບ ຄວາມຄືບໜ້າຜົນສຳເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດຖະແຫຼງການປັກກິ່ງ ໂດຍເນັ້ນໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານໃນການເອົາໃຈໃສ່ສົ່ງເສີມຄວາມກ້າວໜ້າແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງແມ່ຍິງໃນເວທີການເມືອງ, ການຕັດສິນບັນຫາ, ການປະກອບສ່ວນໃນວຽກງານເສດຖະກິດ, ການລົງທຶນໃສ່ວຽກປົກປ້ອງທາງສັງຄົມ, ການສຶກສາ, ສາທາລະນະສຸກ ຊຶ່ງເປັນການປະກອບສ່ວນໃນການລຶບລ້າງຄວາມທຸກຍາກຂອງແມ່ຍິງ ແລະ ເດັກຍິງ, ຄວາມຮຸນແຮງຕໍ່ແມ່ຍິງ, ຫຼຸດຜ່ອນການແຕ່ງດອງຂອງເດັກ ແລະ ການຖືພາກອນໄວອັນຄວນ ເພື່ອປັບປຸງຊີວິດການເປັນຢູ່ທີ່ດີຂອງແມ່ຍິງ ແລະ ເດັກໃຫ້ດີຂຶ້ນເທື່ອລະກ້າວ ໂດຍຜ່ານການອອກນິຕິກຳ, ກົດໝາຍຕ່າງໆ ແລະ ການຈັດຕັ້ງປະຕິບັດຕົວຈິງ ທີ່ເປັນການສົ່ງເສີມຄວາມກ້າວໜ້າແມ່ຍິງ, ສິດສະເໝີພາບຍິງ-ຊາຍ. ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຄະນະຜູ້ແທນລາວ ກໍໄດ້ເປັນເຈົ້າພາບຈັດກອງປະຊຸມປິ່ນອ້ອມ ໃນຫົວຂໍ້ ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ຜ່ານເສດຖະກິດການດູແລ ຊຶ່ງມີບັນດາຜູ້ເຂົ້າຮ່ວມຈາກຫຼາຍປະເທດໃຫ້ຄວາມສົນໃຈ. ພ້ອມກັນນັ້ນ, ຄະນະຜູ້ແທນລາວ ກໍຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມສຳຄັນຕ່າງໆ ເພື່ອແລກປ່ຽນບົດຮຽນທີ່ດີກັບບັນດາປະເທດຕ່າງໆໃນໂລກ. ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມ ຄະນະຜູ້ແທນ ຈະໄດ້ນຳເອົາຜົນໄດ້ຮັບຈາກກອງປະຊຸມຄັ້ງນີ້້ ໄປໂຄສະນາເຜີຍແຜ່ໃຫ້ ຄຊກມດ, ຄກມດ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ຮັບຮູ້ ພ້ອມທັງຜັນຂະຫຍາຍເຂົ້າໃນແຜນດຳເນີນງານແຫ່ງຊາດ ເພື່ອຄວາມກ້າວໜ້າແມ່ຍິງ ແລະ ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ ເພື່ອສືບຕໍ່ຈັດຕັ້ງປະຕິບັດຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ ໂດຍສະເພາະ 12 ຂົງເຂດທີ່ເປັນຫ່ວງໃຫ້ມີຄວາມຄືບໜ້າ ແລະ ບັນລຸຜົນສຳເລັດຕາມຄາດໝາຍ ຕາມທີ່ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາ.

