ສະຫະພັນແມ່ຍິງຮາກຖານ ທະນາຄານ ນະໂຍບາຍ
ສາຂາ ແຂວງ ສະຫວັນນະເຂດ ໄດ້ສຳເລັດກອງປະຊຸມໃຫ່ຍ ຄັ້ງທີ IV
ໃນຕອນເຊົ້າຂອງວັນທີ 3 ມັງກອນ 2025 ສະຫະພັນແມ່ຍິງຮາກຖານ ທະນາຄານນະໂຍບາຍ ສາຂາ ແຂວງ ສະຫວັນນະເຂດ ໄດ້ເປີດກອງປະຊຸມໃຫ່ຍ ຄັ້ງທີ IV ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງທະນາດັ່ງກ່າວໂດຍການເປັນປະທານຂອງທ່ານນາງ ກາບແກ້ວ ສິດທິນະລົງສີ ປະທານສະຫະພັນແມ່ຍິງຮາກຖານ ໃຫ້ກຽດເຂົ້າຮ່ວມມີ ທ່ານ ວຽງທອງ ໄຊວົງສາ ເລຂາໜ່ວຍພັກ ຫົວໜ້າທະນາຄານນະໂຍບາຍ ສາຂາແຂວງ ສະຫວັນນະເຂດ, ທ່ານນາງ ເພັດອຸດອນ ອາດສະຜັນທອງ ຮອງປະທານສະຫະພັນແມ່ຍິງແຂວງ ມີບັນດາທ່ານ: ຄະນະພັກ, ຕ່າງໜ້າອົງການຈັດຕັ້ງມະຫາຊົນ, ຄະນະປະທານສະຫະພັນແມ່ຍິງທະນາຄານ ອ້ອມຂ້າງແຂວງ, ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງພາຍໃນຮາກຖານ ເຂົ້າຮ່ວມ ທັງໝົດ 25 ທ່ານ, ຍິງ 22 ທ່ານ , ຊາຍ 03 ທ່ານ, ໃນນັ້ນມີຜູ້ແທນສົມບຸນຈໍານວນ 15 ທ່ານ.
ທ່ານນາງກາບແກ້ວ ສິດທິນະລົງສີ ປະທານສະຫະພັນແມ່ຍິງຮາກຖານ ໄດ້ຜ່ານບົດລາຍງານການເມືອງທັງສອງພາກພ້ອມດ້ວຍແຜນພັດທະນາແມ່ຍິງ ປີ 2025-2029 ໃຫ້ຮູ້ວ່າ: ສະຫະພັນແມ່ຍິງຮາກຖານທະນາຄານນະໂຍບາຍ ສາຂາແຂວງ ສະຫວັນນະເຂດມີສະມາຊິກແມ່ຍິງທັງໝົດ 15 ທ່ານກວມເອົາ 100% ຂອງຈໍານວນພະນັກງານທີ່ເປັນເພດຍິງທັງໝົດ ໃນນັ້ນສະມາຊິກແມ່ຍິງທີ່ເປັນພະນັກງານຂັ້ນນໍາພາ ມີ 03 ທ່ານ, ເປັນສະມາຊິກພັກ 14 ສະຫາຍ ,ເປັນກໍາມະການໜ່ວຍພັກ 01 ທ່ານ. ເຊິ່ງໃນໄລຍະຜ່ານມາ, ຄະນະພັກ, ຄະນະປະທານສະຫະພັນແມ່ຍິງຮາກຖານໄດ້ຊຸກຍູ້ໃຫ້ສະມາຊິກສະຫະພັນແມ່ຍິງ ໄປຍົກລະດັບວິຊາສະເພາະກໍ່ຄືວຽກງານຂະບວນການຕ່າງໆເຊັ່ນ: ເຂົ້າຮ່ວມຝຶກອົບຮົມວຽກງານປະກັນໄພ ລາວ-ຫວຽດ, ຝຶກອົບຮົມວຽກງານກວດກາການຈັດຊື່-ຈັດຈ້າງກວດສອບລະບົບຄວບຄຸມພາຍໃນ ແລະ ກວດສອບອົງການຈັດຕັ້ງແຫ່ງລັດ, ເຂົ້າຮ່ວມຝຶກອົບຮົມວິເຄາະລາຍງານທາງການເງິນ ລະ ຄຸ້ມຄອງຄວາມສ່ຽງທະນາຄານ ທີ່ສະຖານບັນທະນາຄານ ນະຄອນຫຼວງວຽງຈັນ ແລະ ຫົວຂໍ້ອື່ນໆ, ນອກຈາກນີ້ໄດ້ໃຫ້ເອື້ອຍນ້ອງແມ່ຍິງໄດ້ໄປຍົກລະດັບຄວາມຮູ້ລະດັບທິດສະດີການເມືອງການປົກຄອງຊັ້ນຕົ້ນໄດ້ 02 ທ່ານ, ເຊື່ອມຕໍ່ຈາກຊັ້ນສູງຂຶ້ນຕໍ່ປະລິຍາຕີໄດ້ 02 ທ່ານ. ໃນໄລຍະຜ່ານມາສະຫະພັນແມ່ຍິງຮາກຖານໄດ້ເຜີຍແຜ່ເຊື່ອມຊືມ ແລະ ເປີດບັ້ນເຊັນຮັບຮອງຂໍ້ແຂ່ງຂັນ 3ດີໄດ້ 03ຄັ້ງມີຜູ້ເຂົ້າຮ່ວມ ແລະ ເຊັນຮັບຮອງຂໍ້ແຂ່ງຂັນ 3ດີ 42 ເທື່ອຄົນ ກວມເອົາ 100% .ໃນໂອກາດດຽວກັນນັ້ນກໍ່ໄດ້ມອບໃບຍ້ອງຍໍໃຫ້ບຸກຄົນດີເດັ່ນຈໍານວນ 15 ໃບ ແລະ ໃບຢັ້ງຢືນສະຫະພັນຮາກຖານ 3ດີ 01ໃບ. ໃນກອງປະຊຸມ ຜູ້ແທນສົມບູນໄດ້ປ່ອນບັດຄັດເລືອກເອົາຄະນະປະທານສະຫະພັນແມ່ຍິງຮາກຖານຊຸດໃໝ່ ຈໍານວນ 03 ທ່ານ ເຊິ່ງຜົນຂອງກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາ ທ່ານນາງ ກາບແກ້ວ ສິດທິນະລົງສີ ປະທານສະຫະພັນແມ່ຍິງຮາກຖານ, ທ່ານນາງ ເພັດດາວອນ ອາໃສ ເປັນຮອງປະທານ ທັງເປັນຜູ້ເຮັດວຽກກວດກາ ແລະ ທ່ານນາງ ກາລຸນາ ພິມມສາລາດ ເປັນກໍາມະການ. ຈາກນັ້ນຕ່າງໜ້າສະມາຊິກແມ່ຍິງຮາກຖານອອກຈັບມືເຊັນຮັບຂໍ້ແຂ່ງຂັນ 03 ດີໃນປີຕໍ່ໄປ.


