ກອງປະຊຸມໃຫຍ່ ສະມາຊິກ ສະຫະພັນແມ່ຍິງ ກະຊວງຍຸຕິທຳ ຄັ້ງທີ XI
……………………….
ກອງປະຊຸມໃຫຍ່ ສະມາຊິກ ສະຫະພັນແມ່ຍິງ ກະຊວງຍຸຕິທຳ ຄັ້ງທີ XI ຈັດຂຶ້ນ ໃນວັນທີ 13 ພຶດສະພາ 2025, ໂດຍການເປັນປະທານຂອງ ສະຫາຍ ນາງ ດວງມະນີ ລາວມາວ ປະທານສະຫະພັນແມ່ຍິງກະຊວງຍຸຕິທຳ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ໄພວີ ສີບົວລີພາ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຍຸຕິທຳ, ສະຫາຍ ປອ ນາງ ຈັນໂສດາ ພອນທິບ ກຳມະການພັກ, ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ; ມີຄະນະພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງຍຸຕິທຳ, ແຂກຖືກເຊີນ ພ້ອມດ້ວຍຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 128 ສະຫາຍ, ໃນນີ້ຜູ້ແທນສົມບູນ106 ສະຫາຍ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກ ທີ່ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ສາມາດປະຕິບັດໄດ້ໃນໄລຍະຜ່ານມາ ແລະ ຈຸດອ່ອນ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໃຫ້ບັນລຸຜົນສຳເລັດ; ໄລຍະຜ່ານມາ ຄະນະສະຫະພັນແມ່ງຍິງກະຊວງ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເອກະສານສຳຄັນຂອງພັກຂອງຊາດ, ເອົາໃຈໃສ່ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນທາດການເມືອງໜັກແໜ້ນ; ຈາກນັ້ນ, ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ກະຊວງຍຸຕິທຳ ; ສະຫະພັນແມ່ຍິງກະຊວງຍຸຕິທຳ ປະກອບມີ 10 ໜ່ວຍ 1 ຮາກຖານ; ຜ່ານການປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ I ແລະ II ສາມາດຄັດເລືອກບຸກຄົນ 3 ດີ ປະເພດ I ຈຳນວນ 136 ສະຫາຍ, ປະເພດ II ຈຳນວນ 5 ສະຫາຍ. ພ້ອມດຽວກັນນີ້, ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການຍ້ອງຍໍຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງຍຸຕິທຳ ສະໄໝທີ x ທີ່ມີຜົນງານໃນການນຳພາ-ຊີ້ນຳວຽກງານແມ່ຍິງ ໄລຍະ 05 ປີ.
ຫຼັງຈາກນັ້ນ, ຜູ້ແທນສົມບູນ ໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງຍຸຕິທຳ ຊຸດໃໝ່ ຈຳນວນ 13 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບກັນເລືອກເອົາ ສະຫາຍ ນາງ ເກມອຸລາ ໄຊຍະວົງ ເປັນປະທານ, ສະຫາຍ ນາງ ເພັດສະໄໝ ໄຊມຸງຄຸນ ເປັນຮອງປະທານ, ສະຫາຍ ນາງ ລົດຈະນາ ເຂັມທອງ ເປັນຮອງປະທານ ທັງເປັນປະທານກວດກາ ແລະ ສະຫາຍ ນາງ ຄໍາສະໄໝ ຈັນສະໝອນ ເປັນຄະນະ ທັງເປັນຮອງປະທານກວດກາ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ໄພວີ ສີບົວລີພາແລະ ສະຫາຍ ປອ ນາງ ຈັນໂສດາ ພອນທິບ ຊຶ່ງທັງສອງສະຫາຍໄດ້ເນັ້ນໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກ; ມີການປັບປຸງການຈັດຕັ້ງ ແບ່ງຄວາມຮັບຜິດຊອບຢ່າງລະອຽດ; ເອົາໃຈໃສ່ ແລະ ເປັນເຈົ້າການໃນການພັດທະນາຕົນເອງຮອບດ້ານ, ຖືເອົາຂໍ້ແຂ່ງຂັນ 3 ດີ ຕິດພັນກັບໜ້າທີ່ການເມືອງຂອງຕົນ; ສືບຕໍ່ເສີມຂະຫຍາຍຄວາມສາມັກຄີຮັກແພງ; ມີຄວາມຈິງໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ເພີ່ມທະວີວຽກງານຕິດຕາມ-ກວດກາ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງສະຫະພັນແມ່ຍິງ ແລະ ນຳເອົາຜົນສຳເລັດກອງປະຊຸມໃຫຍ່ຄັ້ງນີ້ ໄປຜັນຂະຫຍາຍໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ ເພື່ອໃຫ້ມີປະສິດທິພາບ ແລະ ປະສິດທິຜົນຕາມຄາດໝາຍທີ່ວາງໄວ້.




