ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄັ້ງທີ IV
……………………….
ກອງປະຊຸມໃຫຍ່ ສະມາຊິກ ສະຫະພັນແມ່ຍິງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ຄັ້ງທີ IV ຈັດຂຶ້ນ ໃນວັນທີ 20 ພຶດສະພາ 2025, ໂດຍການເປັນປະທານຂອງ ສະຫາຍ ນາງ ລັດສະໝີ ສາມາດມະນີວົງ ປະທານສະຫະພັນແມ່ຍິງ ສນຫລ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົ/ວ ຄຳຫອມ ແສງບົວລົມ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານ ສນຫລ, ສະຫາຍ ປອ ນາງ ຈັນໂສດາ ພອນທິບ ກຳມະການພັກ, ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ; ມີຄະນະພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານສະຫະພັນແມ່ຍິງ, ແຂກຖືກເຊີນ ພ້ອມດ້ວຍຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 76 ສະຫາຍ, ໃນນີ້ຜູ້ແທນສົມບູນ 48 ສະຫາຍ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກ ທີ່ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ສາມາດປະຕິບັດໄດ້ໃນໄລຍະຜ່ານມາ ແລະ ຈຸດອ່ອນ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໃຫ້ບັນລຸຜົນສຳເລັດ; ໄລຍະຜ່ານມາ ຄະນະສະຫະພັນແມ່ງຍິງ ສນຫລ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເອກະສານສຳຄັນຂອງພັກຂອງຊາດ, ເອົາໃຈໃສ່ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນທາດການເມືອງໜັກແໜ້ນ; ຈາກນັ້ນ, ໄດ້ຮັບຟັງການຜ່ານຮ່າງແຜນພັດທະນາແມ່ຍິງ ສນຫລ (2026-2030) ແລະ ຜ່ານບົດສຳຫຼວດການນຳພາຂອງຄະນະສະຫະພັນແມ່ຍິງ ສນຫລ. ສະຫະພັນແມ່ຍິງ ສນຫລ ປະກອບມີ 04 ໜ່ວຍ; ຜ່ານການປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສາມາດຄັດເລືອກບຸກຄົນ 3 ດີ ໄລຍະທີ 1 ປະເພດ I ຈຳນວນ 51 ສະຫາຍ, ໄລຍະທີ 2 ປະເພດ I ຈຳນວນ 49 ສະຫາຍ ແລະ ຍັງໄດ້ຮັບທຸງໄຊ 3 ດີ ໃຫ້ກົມກອງລວມໝູ່ທີ່ມີຜົນງານດີເດັ່ນ ສະໄໝທີ VII ຂອງ ສູນກາງສະຫະພັນແມ່ຍິງລາວ. ພ້ອມດຽວກັນນີ້, ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການຍ້ອງຍໍຄະນະບໍລິຫານງານສະຫະພັນແມ່ຍິງ ສນຫລ ສະໄໝທີ III ທີ່ມີຜົນງານໃນການນຳພາ-ຊີ້ນຳວຽກງານແມ່ຍິງ ໄລຍະ 05 ປີ.
ຫຼັງຈາກນັ້ນ, ຜູ້ແທນສົມບູນ ໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງ ສນຫລ ຊຸດໃໝ່ ຈຳນວນ 5 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບກັນເລືອກເອົາ ສະຫາຍ ນາງ ນິດສະໄໝ ສິດທິໄຊ ເປັນປະທານ, ສະຫາຍ ນາງ ນີວັນ ພູມະນີວົງ ເປັນຮອງປະທານ, ສະຫາຍ ນາງ ວົງແສງ ພົມມະສິງ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ພາວັນ ວິໄລທອງ ເປັນຮອງປະທານກວດກາ ແລະ ສະຫາຍ ນາງ ສຸກສະຫວັນ ເຫງົ້າພາສີ ເປັນຄະນະ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພົ/ວ ຄຳຫອມ ແສງບົວລົມ ແລະ ສະຫາຍ ປອ ນາງ ຈັນໂສດາ ພອນທິບ ຊຶ່ງທັງສອງສະຫາຍໄດ້ເນັ້ນໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ເອົາໃຈໃສ່ເພີ່ມທະວີຄວາມຮູ້, ຄວາມເຂົ້າໃຈຂອງສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຄະນະສະຫະພັນແມ່ຍິງ ສນຫລ ຊຸດໃໝ່, ພັດທະນາເອື້ອຍນ້ອງແມ່ຍິງໃນທຸກດ້ານ, ເອົາໃຈໃສ່ປະຕິບັດແບບແຜນວິທີເຮັດວຽກ, ການນຳພາ-ຊີ້ນຳ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ, ທັບມ້າງຈຸດອ່ອນ ແລະ ຂໍ້ຄົງຄ້າງ, ຜັນຂະຫຍາຍມະຕິມາເປັນແຜນງານ ແລະ ຈັດຕັ້ງປະຕິບັດຢ່າງລະອຽດ ຄງຄູ່ກັບວຽກງານຂໍ້ແຂ່ງຂັນ 3 ດີ ຕິດພັນກັບໜ້າທີ່ການເມືອງຂອງຕົນ; ສືບຕໍ່ເສີມຂະຫຍາຍຄວາມສາມັກຄີຮັກແພງ; ມີຄວາມຈິງໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ເພີ່ມທະວີວຽກງານຕິດຕາມ-ກວດກາ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງສະຫະພັນແມ່ຍິງ ແລະ ນຳເອົາຜົນສຳເລັດກອງປະຊຸມໃຫຍ່ຄັ້ງນີ້ ໄປຜັນຂະຫຍາຍໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ ເພື່ອໃຫ້ມີປະສິດທິພາບ ແລະ ປະສິດທິຜົນຕາມຄາດໝາຍທີ່ວາງໄວ້




