ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ສູນກາງສະຫະພັນກຳມະບານລາວ ຄັ້ງທີ XVI
…………………………..
ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ສູນກາງສະຫະພັນກຳມະບານລາວ ຄັ້ງທີ XVI ໄຂຂຶ້ນ ແລະ ອັດລົງ ໃນວັນທີ 28 ມີນາ 2025, ໂດຍການເປັນປະທານຂອງ ສະຫາຍ ນາງ ອາລຸນແສງ ວິຈິດວົງສາ ປະທານສະຫະພັນແມ່ຍິງ ສູນກາງສະຫະພັນກຳມະບານລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ເລຂາຄະນະພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ; ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ; ມີຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະພັກ, ແຂກຖືກເຊີນ ພ້ອມດ້ວຍຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 73 ສະຫາຍ, ຜູ້ແທນສົມບູນ 65 ສະຫາຍ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງບົດລາຍງານການເມືອງທັງສອງພາກ ທີ່ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ສາມາດປະຕິບັດໄດ້ໃນໄລຍະຜ່ານມາ ແລະ ຈຸດອ່ອນ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ເຊິ່ງໄລຍະຜ່ານມາຄະນະສະຫະພັນແມ່ຍິງ ສູນກາງສະຫະພັນກຳມະບານລາວ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີ, ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ພະນັກງານ-ລັດຖະກອນສ້າງເງື່ອນໄຂໄດ້ໄປຍົກລະດັບທາງດ້ານທິດສະດີການເມືອງ, ວິຊາສະເພາະ ແລະ ວຽກອື່ນໆທີ່ກ່ຽວຂ້ອງ ເພື່ອພັດທະນາເອື້ອຍນ້ອງແມ່ຍິງໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງໃນທຸກດ້ານ; ພ້ອມດຽວກັນນິ້ໄດ້ສົ່ງເສີມໃຫ້ສະມາຊິກແມ່ຍິງສ້າງເສດຖະກິດຄອບຄົວດ້ວຍຫຼາຍຮູບການເຊັ່ນ: ຕັດຫຍິບ, ຕໍ່າຫູກ, ປູກຝັງລ້ຽງສັດ ແລະ ທີ່ພົ້ນເດັ່ນແມ່ນການລ້ຽງສັດ ດ້ວຍການເຮັດຟາມໝູ, ຟາມລ້ຽງງົວພັນ; ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ສກລ; ສະຫະພັນແມ່ຍິງ ສກລ ປະກອບມີ 8 ໜ່ວຍ; ສະມາຊິກທັງໝົດ 70 ສະຫາຍ; ຜ່ານການປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະປີ 2021-2025 ສາມາດຄັດເລືອກບຸກຄົນ 3 ດີ ປະເພດ I ໄດ້ 64 ສະຫາຍ, ປະເພດ II ເລືອກໄດ້ 06 ສະຫາຍ; ໜ່ວຍ 3 ດີ ຈຳນວນ 08 ໜ່ວຍ; ໄປຄຽງຄູ່ກັນນີ້ຕາງໜ້າຈາກຕົວແບບໄດ້ຂຶ້ນລາຍງານ ກ່ຽວກັບການເຮັດຟາມໝູ. ນອກຈາກນີ້ກໍໄດ້ຮັບຟັງການຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສະຫະພັນແມ່ຍິງຊຸດເກົ່າພ້ອມກ່າວລາໜ້າທີ່; ພ້ອມກັນນັ້ນ ຍັງໄດ້ມີການມບໃບຍ້ອງຍໍໃຫ້ ຄະນະບໍລິຫານງານສະຫະພັນແມ່ຍິງ ສກລ ສະໄໝທີ XV ທີ່ມີຜົນງານໃນການນຳພາ-ຊີ້ນຳວຽກງານແມ່ຍິງ ໄລຍະ 05 ປີ ຈຳນວນ 05 ທ່ານ.
ຫຼັງຈາກນັ້ນ, ຜູ້ແທນສົມສູນໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງ ສູນກາງສະຫະພັນກຳມະບານລາວ ຊຸດໃໝ່ ຈຳນວນ 05 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບກັນເລືອກເອົາ ສະຫາຍ ນາງ ປະທຸມທອງ ຫຼວງວິໄລ ເປັນປະທານ, ສະຫາຍ ນາງ ຟອງຄຳ ເກິ່ງວິຄຳ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ເສົາວະລີ ສຸລິນທອງ ເປັນຮອງປະທານ, ສະຫາຍ ນາງ ສຸລິຍັນ ສໍຊົມພູ ເປັນຄະນະ ແລະ ເປັນຮອງປະທານກວດກາ, ສະຫາຍ ນາງ ຈິນດາພອນ ພຸດທະວົງສີ ເປັນຄະນະ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ແລະ ສະຫາຍ ເລັດ ໄຊຍະພອນ ເຊິ່ງທັງສອງສະຫາຍ ໄດ້ເນັ້ນໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກ; ນໍາພາການຈັດຕັ້ງສະຫະພັນແມ່ຍິງເຄື່ອນໄຫວຕາມກົດລະບຽບ ແລະ ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ຕິດພັນກັບ ກົດລະບຽບ-ກົດໝາຍຂອງສູນກາງສະຫະພັນກຳມະບານລາວ; ມີຄຸນສົມບັດສິນທຳປະຕິວັດ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ; ເຕົ້າໂຮມຄວາມສາມັກຄີ; ເອົາໃຈໃສ່ປັບປຸງການຈັດຕັ້ງ ໃຫ້ໜັກແໜ້ນ, ເຂັ້ມແຂງ; ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຄວາມສາມາດໃຫ້ສົມຄູ່ກັບພັກ-ລັດທີ່ມອບໝາຍໃຫ້ມີຜົນສຳເລັດ, ສືບຕໍ່ປະຕິບັດ ຂໍ້ແຂ່ງຂັນ 3 ດີ ຕິດແໜ້ນກັບຂະບວນການເຄື່ອນໄຫວວຽກງານວິຊາສະເພາະ ແລະ ຕິດພັນກັບໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ; ສືບຕໍ່ເສີມຂະຫຍາຍຄວາມສາມັກຄີຮັກແພງ, ມີຄວາມຈິງໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງນຳເອົາຜົນສຳເລັດກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.







