ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ຄັ້ງທີ II
………………………………………..
ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຄັ້ງທີ II ໄດ້ຈັດຂຶ້ນໃນວັນທີ 25 ກຸມພາ 2025 ທີ່ຄະນະພົວພັນຕ່າງປະເທດສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີຣິພອນ ຄູຫາເທບ ປະທານສະຫະພັນແມ່ຍິງ ຄຕພ ຊຸດທີ I; ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ສະຫາຍ ນາງ ສິລິກິດ ບຸບຜາ ຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີຕາງໜ້າຈາກອົງການຈັດຕັ້ງມະຫາຊົນ, ຄະນະສະຫະພັນແມ່ຍິງຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະພັກ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ແລະ ແຜນພັດທະນາ 5 ປີ ຕໍ່ໜ້າ; ໄລຍະຜ່ານມາ ຄະນະບໍລິຫານງານສະຫະພັນແມ່ຍິງ ຄຕພ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ສາມາດປະຕິບັດ ແລະ ໄດ້ຮັບຜົນສຳເລັດຂອງວຽກງານໃນແຕ່ລະດ້ານ ເຊິ່ງໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງແນວຄິດຂອງສະມາຊິກ ແລະ ພະນັກງານເພດຍິງໃນຂະແໜງການໃຫ້ມີນໍ້າໃຈຮັກຊາດ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ແລະ ປະຕິບັດວຽກງານຢ່າງມີຄວາມຮັບຜິດຊອບສູງ; ປັດຈຸບັນ, ສະມາຊິກສະຫະພັນແມ່ຍິງ ຄຕພ ທີ່ຢູ່ໃນຂັ້ນພະນັກງານນໍາພາ ຂັ້ນຫົວໜ້າກົມ 1 ສະຫາຍ, ຂັ້ນຮອງຫົວໜ້າກົມ 2 ສະຫາຍ, ຂັ້ນຫົວໜ້າພະແນກ 6 ສະຫາຍ, ຂັ້ນຮອງຫົວໜ້າພະແນກ 8 ສະຫາຍ, ເຊິ່ງກວມເອົາ 24,24% ຂອງພະນັກງານນໍາພາທັງໝົດ. ໃນນັ້ນ, ຂັ້ນຄະນະພັກ ຄຕພ ມີ 1 ສະຫາຍ, ຂັ້ນເລຂາໜ່ວຍພັກ 1 ສະຫາຍ ແລະ ຂັ້ນກໍາມະການໜ່ວຍພັກ 2 ສະຫາຍ, ຜ່ານມາໄດ້ຮັບທຸງໄຊ 3 ດີ 1 ອັນ, ໃບຍ້ອງຍໍຂັ້ນຄະນະພັກ 1 ໃບ ແລະ ໃບຍ້ອງຍໍ 3 ດີ ບຸກຄົນ ຈໍານວນ 38 ໃບ ຈາກ ສູນກາງສະຫະພັນແມ່ຍິງລາວ; ພ້ອມນັ້ນ ຍັງໄດ້ຮັບນາມມະຍົດແມ່ຍິງ 3 ດີ 4 ປີຊ້ອນ (2021-2024) ຈາກ ສູນກາງສະຫະພັນແມ່ຍິງລາວ ແລະ ໃບຍ້ອງຍໍຂັ້ນຕ່າງໆອີກ.
ສໍາລັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມຄຳຂວັນ, ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໃຫ້ສະມາຊິກສະຫະພັນແມ່ຍິງ ເປີດບັ້ນແຂ່ງຂັນພ້ອມຕີລາຄາສະຫຼຸບສັງລວມການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ໃນໄລຍະ ປີ 2021 – 2024 ສາມາດຈັດປະເພດບຸກຄົນ 3 ດີ ປະເພດ I ຈຳນວນ 176 ສະຫາຍ. ຫຼັງຈາກນັ້ນ ຜູ້ແທນສົມບູນ ໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ຈໍານວນ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກເລືອກເອົາສະຫາຍ ນາງ ສຸກສະຫວັນ ແກ້ວວິໄລວັນ ເປັນປະທານ ຄຕພ, ສະຫາຍ ນາງ ພັນທະລາພອນ ດຳລົງບຸນ ເປັນຮອງປະທານທັງເປັນປະທານກວດກາ, ສະຫາຍ ນາງ ພູສີ ວົງແພງຄຳ ເປັນຮອງປະທານ; ສະຫາຍ ນາງ ວັນຄຳ ວິຊາວັນ ເປັນກຳມະການ ທັງເປັນຮອງປະທານກວດກາ; ສະຫາຍ ນາງ ສົມປາດຖະໜາ ວົງປະຊາ ເປັນກຳມະການ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ບຸນເຫຼືອ ພັນດານຸວົງ ແລະ ສະຫາຍ ນາງ ສິລິກິດ ບຸບຜາ ເຊິ່ງທັງສອງທ່ານໄດ້ເນັ້ນໃຫ້ຄະນະສະຫະພັນແມ່ຍິງຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງ ໃຫ້ມີຄວາມໜັກແໜ້ນ; ປັບປຸງການຈັດຕັ້ງສະຫະພັນແມ່ຍິງໃຫ້ນັບມື້ນັບເຂັ້ມແຂງ, ເສີມຂະຫຍາຍມູນເຊື້ອຄວາມສາມັກ ຄີຮັກແພງບົນຄວາມຈິງໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮໍ່າຮຽນເອົາບົດຮຽນທີ່ດີຂອງພະນັກງານຮຸ່ນກ່ອນ, ຫຼີກເວັ້ນການຈຳກັດຮັດແຄບ, ເອົາລັດເອົາປຽບກັນ, ສະໜັບສະໜູນ, ສົ່ງເສີມ, ຍ້ອງຍໍພະນັກງານ-ລັດຖະກອນ ຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຜົນງານດີເດັ່ນ. ພ້ອມດຽວກັນນີ້, ກໍຕ້ອງຈີງໃຈຊ່ວຍເຫຼືອກໍ່ສ້າງຜູ້ທີ່ຍັງມີຂໍ້ຂາດຕົກບົກຜ່ອງ, ສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນເພດຍິງ ແນໃສ່ຍົກສູງຄວາມຮູ້ຄວາມສາມາດໃຫ້ແມ່ຍິງ ເພື່ອສ້າງໃຫ້ແມ່ຍິງໄດ້ມີໂອກາດເທົ່າທຽມກັບເພດຊາຍໃນດ້ານວິຊາສະເພາະ, ດ້ານການຄຸ້ມຄອງ, ນຳພາ ແລະ ຕັດສິນບັນຫາໃຫ້ມີຈໍານວນນັບມື້ນັບເພີ່ມຂຶ້ນ. ໂອກາດນີ້, ສູນກາງສະຫະພັນແມ່ຍິງລາວ ໄດ້ມອບເງິນຊຸກຍູ້ກອງປະຊຸມໃຫຍ່ສະມາຊິກ ສະຫະພັນແມ່ຍິງ ຄຕພ ຄັ້ງທີ II ຈໍານວນ 5.000.000 ກີບ.



