ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງນະຄອນຫຼວງວຽງຈັນ

May 5, 2025

ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງນະຄອນຫຼວງວຽງຈັນ ຄັ້ງທີ IX
…………………………………
ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງນະຄອນຫຼວງວຽງຈັນ ຄັ້ງທີ IX ໄຂຂຶ້ນ ແລະ ອັດລົງ ໃນວັນທີ 25 ເມສາ 2025, ໂດຍການເປັນປະທານຂອງ ສະຫາຍ ນາງ ຫຼຽນຄຳ ວິລະພັນ ປະທານສະຫະພັນແມ່ຍິງນະຄອນຫຼວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ; ສະຫາຍ ຖະໜອມ ທຳທອງ ຄະນະປະຈຳພັກ ປະທານອົງການແນວລາວສ້າງຊາດນະຄອນຫຼວງວຽງຈັນ; ມີຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະພັກ, ແຂກຖືກເຊີນ ພ້ອມດ້ວຍຜູ້ແທນສົມບູນ ເຂົ້າຮ່ວມລວມທັງໝົດ 144 ສະຫາຍ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງບົດລາຍງານການເມືອງທັງສອງພາກ ທີ່ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ສາມາດປະຕິບັດໄດ້ໃນໄລຍະຜ່ານມາ ແລະ ຈຸດອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ພ້ອມທັງຮັບຮອງທິດທາງວຽກງານໃນ 5 ປີຕໍ່ໜ້າ (2025-2029) ໂດຍໄດ້ກຳນົດ 6 ທິດທາງລວມ, 10 ຄາດໝາຍສູ້ຊົນ ແລະ 7 ວຽກງານແຕ່ລະດ້ານຂອງຄະນະສະຫະພັນແມ່ຍິງ. ໄລຍະຜ່ານມາ ຄະນະສະຫະພັນແມ່ຍິງນະຄອນຫຼວງວໜງຈັນ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກ, ເຕົ້າໂຮມຄວາມສາມັກຄີ, ຊຸກຍູ້ສະມາຊິກແມ່ຍິງອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ປຸກລະດົມສະມາຊິກສະຫະພັນແມ່ຍິງ ປະຕິບັດໜ້າທີ່ວຽກງານການເມືອງຂອງຕົນໃຫ້ມີຜົນສໍາເລັດ; ສ້າງເງື່ອນໄຂໃຫ້ສະມາຊິກໄດ້ຮັບການພັດທະນາໃນທຸກດ້ານເວົ້າລວມ ເວົ້າສະເພາະການເຄື່ອນໄຫວຂອງສະຫະພັນແມ່ຍິງນະຄອນຫຼວງ ໄດ້ເອົາໃຈໃສ່ຂະຫຍາຍຕາໜ່າງໃຫ້ຄຳປຶກສາປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກໃນຂອບເຂດທົ່ວປະເທດ; ໄດ້ຊຸກຍູ້ໃຫ້ເອື້ອຍນ້ອງແມ່ຍິງຫາລາຍໄດ້ດ້ວຍການເຮັດທຸລະກິດຂະໜາດນ້ອຍ, ສົ່ງເສີມຜະລິດຕະພັນກະສິກຳ, ຫັດຖະກຳ ແລະ ຜະລິດຕະພັນອື່ນໆໃຫ້ອອກສູ່ຕະຫຼາດຢ່າງກວ້າງຂວາງ; ສໍາລັບການຈັດຕັ້ງປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຜ່ານການປະເມີນແຕ່ປີ 2021 – 2024 ສາມາດຄັດເລືອກໜ່ວຍ 3 ດີ ໄດ້ 169 ໜ່ວຍ, 666 ຮາກຖານ, 481 ບ້ານ, 9 ເມືອງ; ບຸກຄົນ 3 ດີ ປະເພດ I ມີ 51.005 ສະຫາຍ, ບຸກຄົນ 3 ດີ ປະເພດ II ມີ 6.593 ສະຫາຍ; ພ້ອມກັນນັ້ນຍັງໄດ້ມີການມອບໃບຍ້ອງຍໍໃຫ້ ຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ຊຸດທີ VIII ທີ່ມີຜົນງານໃນການນຳພາ-ຊີ້ນຳວຽກງານແມ່ຍິງ ໄລຍະ 05 ປີ. ຫຼັງຈາກນັ້ນ, ຜູ້ແທນສົມບູນໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ຊຸດໃໝ່ ຈຳນວນ 39 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບກັນເລືອກເອົາ ສະຫາຍ ນາງ ຫຼຽນຄຳ ວິລະພັນ ເປັນປະທານ; ສະຫາຍ ນາງ ວິໄລພອນ ແກ້ວໂພໄຊ ເປັນຮອງປະທານ ທັງເປັນປະທານກວດກາ; ສະຫາຍ ນາງ ໂຄຕະມິນ ພົງຍາລັກ ເປັນຮອງປະທານ; ສະຫາຍ ນາງ ສຸພາພອນ ພອນປະເສີດ ເປັນຮອງປະທານ; ສະຫາຍ ນາງ ເພັດນະຄອນສີ ນາມມະວົງ ເປັນຮອງປະທານກວດກາ; ສະຫາຍ ນາງ ຄຳສີ ວົງວິໄລ ເປັນຮອງປະທານ; ສະຫາຍ ນາງ ສົມປອງ ສອນໃບຄຳ ເປັນຜູ້ຊ່ວຍປະທານກວດກາ; ພ້ອມດຽວກັນນີ້ ກອງປະຊຸມໄດ້ເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ຈໍານວນ 14 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ແລະ ສະຫາຍ ຖະໜອມ ທຳທອງ ເຊິ່ງທັງສອງສະຫາຍໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກ; ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານທັດສະນະ, ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດກໍ່ຄືຂອງແມ່ຍິງລາວໃຫ້ສົມກັບເປັນຕົວແທນໃນການຮັກສາມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ; ເອົາໃຈໃສ່ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຄົ້ນຄວ້າຊອກຮູ້ຮ່ຳຮຽນ, ຍົກລະດັບດ້ານວິຊາສະເພາະໃຫ້ສູງຂຶ້ນເລື້ອຍໆ; ຍົກສູງຄວາມຮັບຜິດຊອບ ແລະ ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍ; ພ້ອມກັນນັ້ນຕ້ອງເຊີດຊູບົດບາດ ແລະ ຍົກສູງ ຄວາມສາມາດໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ, ໃຫ້ສົມຄູ່ກັບແມ່ຍິງເປັນກໍາລັງໜູນຄຽງບ່າຄຽງໄລ່ກັບເພດຊາຍ, ປະກອບສ່ວນໃນທຸກຂົງເຂດວຽກງານ, ນໍາພາການຈັດຕັ້ງສະຫະພັນແມ່ຍິງເຄື່ອນໄຫວຕາມກົດລະບຽບ ແລະ ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ນໍາພາສືບຕໍ່ຈັດຕັ້ງປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຕິດແໜ້ນກັບຂະບວນການເຄື່ອນໄຫວວຽກງານວິຊາສະເພາະ ແລະ ຕິດພັນກັບໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ພ້ອມທັງນໍາເອົາມະຕິກອງປະຊຸມໃນຄັ້ງນີ້ໄປເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ມີຜົນສໍາເລັດ.