ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງຈໍາປາສັກ ຄັ້ງທີ VIII

Mar 21, 2025

ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງຈໍາປາສັກ ຄັ້ງທີ VIII
………………………………….
ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງ ແຂວງຈໍາປາສັກ ຄັ້ງທີ VIII ໄດ້ໄຂຂຶ້ນ ແລະ ອັດລົງຢ່າງເປັນທາງການ ໃນວັນທີ 19 ມີນາ 2025 ທີ່ສະໂມສອນຂອງແຂວງຈໍາປາສັກ ພາຍໃຕ້ການເປັນປະທານກອງປະຊຸມ ຂອງ ສະຫາຍ ນາງ ເຕດາວັນ ແກ້ວພິລາວັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ແຂວງຈໍາປາສັກ; ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ສະຫາຍ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ, ເຈົ້າແຂວງຈໍາປາສັກ; ມີຕາງໜ້າຈາກອົງການຈັດຕັ້ງມະຫາຊົນ, ປ້າອາວຸໂສບໍານານ ພ້ອມດ້ວຍຄະນະພັກອ້ອມຂ້າງແຂວງ, ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 250 ສະຫາຍ, ຍິງ 218 ສະຫາຍ ແລະ ຊາຍ 32 ສະຫາຍ, ໃນນີ້ມີຜູ້ແທນສົມບູນ 171 ສະຫາຍ.
ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ຈາກ ສະຫາຍ ນາງ ເຕດາວັນ ແກ້ວພິລາວັນ ຊຶ່ງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວໄລຍະຜ່ານມາທີ່ມີຜົນສໍາເລັດຫຼາຍດ້ານ ຂອງຄະນະ ສຍ ແຂວງຈໍາປາສັກ ຊຶ່ງສະແດງອອກໃນສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງບັນດາເຜົ່່າພາຍໃນແຂວງ ໃຫ້ມີນໍ້າໃຈຮັກຊາດ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ ແລະ ມີປະສິດທິພາບ, ພະນັກງານເພດຍິງ ໄດ້ຮັບການບຳລຸງທິດສະດີການເມືອງ-ການປົກຄອງທັງພາຍໃນ ແລະ ຕ່າງປະເທດ ຂັ້ນຕົ້ນ 115 ສະຫາຍ, ຂັ້ນກາງ 30 ສະຫາຍ ແລະ ຂັ້ນສູງໄດ້ 18 ສະຫາຍ, ພ້ອມນີ້ຍັງໄດ້ເຂົ້າຮ່ວມຝຶກອົບຮົມດ້ານຕ່າງໆໃນແຕ່ລະໄລຍະ. ນອກຈາກນີ້, ສະມາຊິກ ສຍ ຍັງໄດ້ຮັບການຍ້ອງຍໍ ໃນການປະກອບສ່ວນສ້າງສາພັດທະນາວຽກງານຮອບດ້ານໃນໄລຍະ 5 ປີ ຜ່ານມາ ເປັນຕົ້ນ ໄດ້ຮັບຫຼຽນກາແຮງງານຊັ້ນ I ຈຳນວນ 39 ສະຫາຍ ຫຼຽນ; ຊັ້ນ II ຈຳນວນ101 ສະຫາຍ ແລະ ຊັ້ນ 3 ຈຳນວນ 315 ສະຫາຍ, ຫຼຽນກາແຮງງານ 853 ສະຫາຍ, ໃບຍ້ອງຈາກລັດຖະບານ 2,578 ສະຫາຍ, ໃບຍ້ອງຍໍຂັ້ນແຂວງ 3.616 ສະຫາຍ, ໄດ້ຮັບໃບຍ້ອງຍໍບຸກຄົນ 03 ດີ ປະເພດ I ຈຳນວນ 85,321 ສະຫາຍ ແລະ ປະເພດ II ຈໍານວນ 2,117 ສະຫາຍ, ນໍາພາເປີດຂະບວນການແຂ່ງຂັນ 3 ດີ ໄດ້ 381 ໜ່ວຍ, 235 ຮາກຖານ ກວມ 98% ຂອງຈໍາ
ນວນໜ່ວຍ-ຮາກຖານທັງໝົດ, ສຍ ບ້ານທີ່ໄດ້ຮັບການຢັ້ງຢືນ ແລະ ຮັກສານາມມະຍົດ ເປັນບ້ານ ສຍ 03 ດີໄດ້ 625 ບ້ານ ກວມ 97 % ຂອງຈໍານວນບ້ານທັງໝົດ, ສຍ 9 ເມືອງ 1 ນະຄອນ ສາມາດຮັກສານາມມະຍົດເປັນ ສຍ ເມືອງ 3 ດີ ໄດ້ 100%; ສາມາດຄັດເລືອກພົນລະເມືອງດີໄດ້ 95.325 ສະຫາຍ ກວມ 98% ຂອງຜູ້ເຂົ້າຮ່ວມແຂ່ງຂັນ, ພັດທະນາດີ 94.282 ສະຫາຍ ກວມ 97% ຂອງຜູ້ເຂົ້າຮ່ວມແຂ່ງຂັນ ແລະ ສ້າງຄອບຄົວດີ 93.012 ສະຫາຍ ກວມ 95% ຂອງຜູ້ເຂົ້າຮ່ວມແຂ່ງຂັນ. ພ້ອມນີ້, ຜູ້ແທນກອງປະຊຸມ ໄດ້ເປັນເອກະສັນກັນຮັບຮອງເອົາ ທິດທາງແຜນການ 5 ປີ ຕໍ່ໜ້າ 7 ທິດທາງລວມ ແລະ 10 ຄາດໝາຍສູ້ຊົນ, ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ແຂວງຈໍາປາສັກ ໄລຍະ 5 ປີ (2021-2025) ແລະ ແຜນພັດທະນາແມ່ຍິງ ໄລຍະ 5 ປີ (2026-2030) ມີ 10 ແຜນງານ 37 ໂຄງການ, ບົດສຳຫຼວດການນຳພາ ຂອງຄະນະບໍລິຫານງານ ສຍ ແຂວງຈໍາປາສັກ ສະໄໝທີ VII, ຊຶ່ງໄດ້ຕີລາຄາການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດ ທີ່ໄດ້ກໍານົດໄວ້ໃນກົດລະບຽບ ແລະ ກົດໝາຍຢ່າງພາວະວິໄສ. ພ້ອມນີ້ ຍັງໄດ້ຮັບຟັງການປະກອບຄໍາເຫັນຂອງຕົວແບບສະຫະພັນແມ່ຍິງເມືອງມຸນລະປະໂມກ ກ່ຽວກັບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ,
ຕົວແບບໃນການຈັດຕັ້ງປະຕິບັດວຽກງານກອງທຶນ ຂອງສະຫະພັນແມ່ຍິງຮາກຖານ ໂຮງງານຜະລິດຢາ ຊີບີເອັຟ ແລະ
ຄອບຄົວຕົວແບບການປູກຝັງ ແລະ ການລ້ຽງສັດຊຶ່ງສະແດງໃຫ້ເຫັນຜົນງານຂອງແມ່ຍິງໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ກໍຄື ພັດທະນາແມ່ຍິງລາວບັນດາເຜົ່າ.
ຫຼັງຈາກນັ້ນ, ຜູ້ແທນສົມບູນຍັງໃຊ້ສິດຂອງຕົນເອງປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງຈໍາປາສັກຊຸດໃໝ່ ຈໍານວນ 35 ສະຫາຍ ໂດຍເລືອກໄດ້ ສະຫາຍ ນາງ ເຕດາວັນ ແກ້ວພິລາວັນ ເປັນປະທານ, ສະຫາຍ ນາງ ສຸກສົມພອນ ພົນອາສາ ເປັນຮອງປະທານ, ສະຫາຍ ນາງ ວັນຄໍາ ແສງສະຫວ່າງ ເປັນຮອງປະທານ ທັງເປັນປະທານກວດກາ; ສະຫາຍ ນາງ ນີຈັນ ແຈ່ມດາສັກ ແລະ ສະຫາຍ ນາງ ສີຫາ ກັນຍາວົງ ເປັນຮອງປະທານ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ແລະ ສະຫາຍ ປອ ອາລຸນໄຊ ສູນນະລາດ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ຄະນະຊຸດໃໝ່ໃນການນໍາພາວຽກງານແມ່ຍິງພາຍໃນແຂວງໃນຕໍ່ໜ້າ ຊຶ່ງທັງສອງທ່ານໄດ້ເນັ້ນໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງແຂວງຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກ ສຍ, ແມ່ຍິງແຕ່ລະກຸ່ມເປົ້າໝາຍໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ສືບຕໍ່ນໍາປັບປຸງການຈັດຕັ້ງ ສຍ ທຸກຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຄະນະ ສຍ ທຸກຂັ້ນຕ້ອງຖືສໍາຄັນໃນການກໍ່ສ້າງຊ່ວຍເຫຼືອສະມາຊິກ ສຍ ໃຫ້ເປັນແບບຢ່າງຕໍ່ມະຫາຊົນໃນການພັດທະນາຕົນເອງທຸກດ້ານ, ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນຄະນະກໍຄືພາຍໃນແຂວງໃຫ້ກວ້າງຂວາງ ຄຽງຄູ່ກັບການເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກໃຫ້ແທດເໝາະກັບຕົວຈິງ ແລະ ນໍາເອົາມະຕິຂອງກອງປະຊຸມດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ສືບຕໍ່ນໍາພາຈັງຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ແລະ ມີຜົນສໍາເລັດ.
ໂອກາດນີ້ ສູນກາງສະຫະພັນແມ່ຍິງລາວ ໄດ້ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງຈໍາປາສັກ ຄັ້ງທີ VIII ຈໍານວນ 20.000.000 ກີບ.