ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງເຊກອງ ຄັ້ງທີ VII
………………………………………..
ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງເຊກອງ ຄັ້ງທີ VII ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 14 ມີນາ 2025 ທີ່ສະໂມສອນຫ້ອງວ່າການແຂວງ, ໂດຍການເປັນປະທານກອງປະຊຸມຂອງ ສະຫາຍ ນາງ ມະໂນລາ ສຸດທິຈັກ ວ່າການ ປະທານສະຫະພັນແມ່ຍິງແຂວງ; ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ເຊກອງ; ສະຫາຍ ນາງ ສິລິກິດ ບຸບຜາ ຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະພັກ, ຄະນະໜ່ວຍພັກອ້ອມຂ້າງ, ແຂກຖືກເຊີນ ພ້ອມດ້ວຍ ຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 174 ສະຫາຍ, ຍິງ 156 ສະຫາຍ, ຊາຍ 18 ສະຫາຍ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກ, ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງແຂວງ 5 ປີ (2020-2025) ແລະ ແຜນພັດທະນາແມ່ຍິງແຂວງ (2025-2029) ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກ ແລະ ພະນັກງານເພດຍິງພາຍໃນແຂວງ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ແລະ ປຸກລະດົມຊຸກຍູ້ເອື້ອຍນ້ອງແມ່ຍິງໃຫ້ເຂົ້າເບິ່ງຂໍ້ມູນຂ່າວສານຜ່ານສື່ອອນລາຍ ເພື່ອໃຫ້ເອື້ອຍນ້ອງແມ່ຍິງໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເອກະພາບສູງຕໍ່ການປະຕິບັດລະບຽບກົດໝາຍ, ລັດຖະທຳມະນູນ, ແນວທາງນະໂຍບາຍຂອງພັກຂອງລັດ; ຊຸກຍູ້ ແລະ ສົ່ງເສີມເອື້ອຍນ້ອງແມ່ຍິງໄດ້ຍົກລະດັບທິດສະດີ ແລະ ວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ 179 ສະຫາຍ. ນອກຈາກນັ້ນ, ຍັງໄດ້ຄົ້ນຄວ້າພະນັກງານເພດຍິງທີ່ນອນຢູ່ໃນແຜນສ້າງ ລົງຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຂັ້ນແຂວງລົງເມືອງ, ເມືອງລົງບ້ານ ຈຳນວນ 23 ສະຫາຍ ແລະ ສະມາຊິກສະຫະພັນແມ່ຍິງໄດ້ຮັບບັນຈຸສັບຊ້ອນໃນຕຳແໜ່ງງານນຳພາ-ຄຸ້ມຄອງໃນແຕ່ລະຂັ້ນລື່ນຄາດໝາຍ; ໄປຄຽງຄູ່ກັນນີ້ເອື້ອຍນ້ອງແມ່ຍິງຍັງໄດ້ຮັບນະໂຍບາຍຍ້ອງຍໍຢູ່ໃນແຕ່ລະຂັ້ນ ຈຳນວນ 17,201 ຄົນ ແລະ 1 ກົມກອງ ໄດ້ຮັບຫຼຽນໄຊແຮງງານຊັ້ນ II ຂັ້ນລັດຖະບານ, 5 ພາກສ່ວນໄດ້ຮັບທຸງໄຊ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ແລະ ວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ. ປັດຈຸບັນ, ທົ່ວແຂວງມີອົງການຈັດຕັ້ງສະຫະພັນແມ່ຍິງ 343 ໜ່ວຍ 145 ຮາກຖານ, ມີສະມາຊິກສະຫະພັນແມ່ຍິງທັງໝົດ 19.205 ຄົນ. ໃນນີ້, ໄດ້ເຂົ້າຮ່ວມເຊື່ອມຊຶມ ແລະ ປະຕິບັດຂໍ້ແຂ່ງຂັນ 3 ດີ (ໄລຍະທີ I ແລະ ໄລຍະທີ II) ທັງໝົດ 343 ໜ່ວຍ 145 ຮາກຖານ 203 ບ້ານ 19.205 ຄົນ; ຜ່ານການຕິດຕາມ, ຊຸກຍູ້ ແລະ ປະເມີນແຕ່ລະໄລຍະ ສາມາດຄັດເລືອກໄດ້ໜ່ວຍ 3 ດີ 62 ໜ່ວຍ, ຮາກຖານ 3 ດີ 78 ຮາກຖານ, ບ້ານ 3 ດີ 187 ບ້ານ ແລະ ສະມາຊິກ 3 ດີ ປະເພດ I ຈໍານວນ 12.631 ຄົນ, ສະມາຊິກ 3 ດີ ປະເພດ II ຈໍານວນ 4.751 ຄົນ. ໂອກາດນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຕາງໜ້າຈາກ ສຍ ເມືອງດາກຈຶງ, ຄະນະຈັດຕັ້ງແຂວງ ແລະ ຄອບຄົວຕົວແບບ ບ້ານກັນດອນ ເມືອງທ່າແຕງ. ໃນວາລະກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການຍ້ອງຍໍຄະນະບໍລິຫານງານສະຫະພັນແມ່ຍິງ ແຂວງເຊກອງ ສະໄໝທີ VI ທີ່ມີຜົນງານໃນການນຳພາ-ຊີ້ນຳວຽກງານແມ່ຍິງ ໄລຍະ 05 ປີ ຈຳນວນ 21 ທ່ານ.
ຫຼັງຈາກນັ້ນ ຜູ້ແທນສົມບູນໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງແຂວງຊຸດໃໝ່ ຈໍານວນ 23 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ນາງ ມະໂນລາ ສຸດທິຈັກ ເປັນປະທານ, ສະຫາຍ ນາງ ບົວພັນ ວົງເສດຖາ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ເພັດດາແກ້ວ ພົນສາລາດ ເປັນຮອງປະທານ ແລະ ສະຫາຍ ນາງ ບຸນຖະໜອມ ສີສຸມານ ເປັນຮອງປະທານກວດກາ. ພ້ອມນີ້ ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ຈໍານວນ 10 ສະຫາຍ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ເຫຼັກໄຫຼ ສີວິໄລ ແລະ ສະຫາຍ ນາງ ສິລິກິດ ບຸບຜາ ເຊິ່ງທັງສອງທ່ານໄດ້ເນັ້ນໃຫ້ຄະນະສະຫະພັນແມ່ຍິງແຂວງ ຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງ ກໍຄືເອື້ອຍນ້ອງແມ່ຍິງພາຍໃນແຂວງ ໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ຄົ້ນຄວ້າລະບຽບ, ກົດໝາຍ ຂອງສະຫະພັນແມ່ຍິງລາວ ທີ່ຕິດພັນກັບເອື້ອຍນ້ອງແມ່ຍິງໃຫ້ເລິກເຊິ່ງ ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອງຕົນເພື່ອໃຫ້ເຂົ້າເຖິງແນວຄິດຈິດໃຈຂອງເອື້ອຍນ້ອງແມ່ຍິງໃຫ້ຫຼາຍຂຶ້ນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ຍົກລະດັບຄວາມຮູ້-ຄວາມສາມາດທຸກດ້ານ, ຕັ້ງໜ້າປັບປຸງການຈັດຕັັ້ງ ແລະ ບຸກຄະລາກອນໃຫ້ມີຄວາມເຂັ້ມແຂງ, ແບ່ງງານແບ່ງຄວາມຮັບຜິດຊອບກັນຢ່າງຄັກແນ່; ປັບປຸງວິທີເຮັດວຽກໃຫ້ແທດເໝາະກັບຕົວຈິງ ແລະ ຮາກຖານ; ສືບຕໍ່ປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ໃຫ້ເປັນຂະບວນຟົດຟື້ນ, ມີຜົນສໍາເລັດ ແລະ ຕໍ່ເນື່ອງ ເພື່ອກະກຽມສ້າງທຸກເງື່ອນໄຂໃຫ້ແກ່ການດຳເນີນກອງປະຊຸມສາມຂັ້ນ, ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX; ພ້ອມກັນຕັດສິນໃຈສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້; ຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ກໍຄື ແມ່ຍິງແຂວງໄວ້ໃຫ້ລຸ້ນສືບທອດຕໍ່ໄປ.
ໂອກາດດຽວກັນນີ້ ສູນກາງສະຫະພັນແມ່ຍິງລາວ ໄດ້ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງເຊກອງ ຄັ້ງທີ VII ຈຳນວນ 20,000,000 ກີບ.




