ກອງປະຊຸມໃຫຍ່ສະມາຊິກແມ່ຍິງຮາກຖານພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງບໍລິຄຳໄຊ

Jan 20, 2025

ກອງປະຊຸມໃຫຍ່ສະມາຊິກແມ່ຍິງຮາກຖານພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຄັ້ງທີ III ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 07 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໂດຍການເປັນປະທານຂອງທ່ານ ນາງ ເພັດສະຫວັນ ບຸນພະປະສິດ ປະທານສະຫະພັນແມ່ຍິງຮາກຖານພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ວິລະພອນ ພົມມະວົງສາ ຮອງປະທານ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງບໍລິຄຳໄຊ ແລະ ທ່ານ ຄໍາສະຫວາດ ອຸດທະຈັກ ຄະນະພັກໜ່ວຍຮາກຖານພະແນກ, ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີແຂກຖືກເຊີນຈາກພາກສ່ວນ ແມ່ຍິງຮາກຖານສາທາລະນະສຸກແຂວງ, ໜ່ວຍແມ່ຍິງພະແນກການຕ່າງປະເທດແຂວງ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ສະມາຊິກແມ່ຍິງພາຍໃນຮາກຖານ ເຂົ້າຮ່ວມທັງໝົດ 35 ຄົນ, ຍິງ 30 ຄົນ, ຊາຍ 5 ຄົນ.
ໃນກອງປະຊຸມໄດ້ຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານການນໍາພາຈັດຕັ້ງເຄື່ອນໄຫວວຽກງານຂອງຄະນະແມ່ຍິງໃນໄລຍະ 5 ປີ ຜ່ານມາ (2020-2024) ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງ ນໍາພາຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ເອົາໃຈໃສ່ປັບປຸງການຈັດຕັ້ງ, ວິທີການເຮັດວຽກ ແບບແຜນວິທີນໍາພາໃຫ້ມີຄວາມເຂັ້ມແຂງຖືກຕ້ອງຕາມການນໍາພາຂອງພັກ, ເປັນເຈົ້າການນໍາພາຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີຂອງແມ່ຍິງລາວວາງອອກຢ່າງເປັນຂະບວນຟົດຟື້ນ ໄດ້ນໍາພາເປີດຂະບວນການແຂ່ງຂັນ 3 ດີໄດ້ 1 ຄັ້ງ, ສາມາດຄັດເລືອກໄດ້ບຸກຄົນ 3 ດີ ປະເພດ I ໄດ້ 28 ທ່ານ, ໃນໄລຍະ 5 ປີຜ່ານມາສະມາຊິກແມ່ຍິງຫຼາຍທ່ານໄດ້ມີຜົນງານພົ້ນເດັ່ນ ແລະ ໄດ້ຮັບຫຼຽນໄຊແຮງງານຊັ້ນ II, 2 ທ່ານ, ໄດ້ຮັບຫຼຽນໄຊແຮງງານຊັ້ນ III, 2 ທ່ານ, ໄດ້ຮັບຫຼຽນກາແຮງງານ 1 ທ່ານ, ໄດ້ຮັບໃບຍ້ອງຍໍລັດຖະບານ 20 ທ່ານ, ໄດ້ຮັບການເລື່ອນຊັ້ນ, ເລື່ອນຂັ້ນ 6 ທ່ານ, ໃຫ້ຄໍາປຶກສາ ແລະ ແກ້ໄຂບັນຫາເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍໃດ້ 2 ຄັ້ງ, ມີ 3 ຄົນ.
ເພື່ອສືບຕໍ່ນໍາພາ-ຊີ້ນໍາວຽກງານແມ່ຍິງໃນຕໍ່ໜ້າກອງປະຊຸມໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະຊຸດໃໝ່ ເຊິ່ງມີຜູ້ສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ ຜ່ານການປ່ອນບັດຄັດເລືອກກອງປະຊຸມຄັ້ງປະຖົມມະລຶກໄດ້ເອກະພາບກັນເລືອກເອົາ ທ່ານ ນາງ ບົວທອງ ພັນຍານຸວົງ ເປັນປະທານສະຫະພັນແມ່ຍິງຮາກຖານ, ທ່ານ ນາງ ວັນນະສອນ ພົມມະວົງສາ ເປັນຮອງ ທັງເປັນຜູ້ກວດກາ ແລະ ທ່ານ ນາງ ພູເງິນ ປັນຍານຸວົງ ເປັນຮອງປະທານ.
ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງທ່ານນາງ ວິລະພອນ ພົມມະວົງສາ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານ ຄຽງຄູ່ກັບຜົນງານດ້ານດີ ທີ່ສະມາຊິກແມ່ຍິງຍັງຈະໄດ້ພ້ອມກັນສຶບຕໍ່ແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງໃນຕໍ່ໜ້າ ພ້ອມທັງເນັ້ນໜັກໃຫ້ຄະນະຊຸດໃໝ່ຕ້ອງເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດ, ສິນທໍາປະຕິວັດ, ມີນໍ້າໃຈ​ຮັກ​ເຊື້ອ​ແພງ​ຊາດ, ຮັກ​ກຽດ​ສັກ​ສີ​ຂອງ​ແມ່​ຍິງ​ລາວ ມີສະຕິເຄົາລົບລັດຖະທໍາມະນູນ, ກົດໝາຍ, ລະບຽບການຂອງລັດຢ່າງເຂັ້ມງວດ, ມີຄວາມຫ້າວຫັນຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຄຽງຄູ່ກັນນັ້ນກໍ່ຖືບັນຫາສໍາຄັນໃນການສຶກສາອົບຮົມສະມາຊິກໃນຄອບຄົວໃຫ້ມີຄວາມສຸກ, ຄວາມໝັ້ນທ່ຽງ, ພ້ອມກັນແກ້ໄຂ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ແລະ ແມ່ຍິງໃຫ້ນັບມື້ຫຼຸດໜ້ອຍຖອຍລົງ, ປັບປຸງການຈັດຕັ້ງສະຫະພັນແມ່ຍິງພາຍໃນຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສິ່ງສຳຄັນຄະນະແມ່ຍິງໜ່ວຍຊຸດໃໝ່ ທີ່ໄດ້ຮັບການເລືອກຕັ້ງໃນກອງປະຊຸມຊຸດນີ້ ຕ້ອງເຕົ້າໂຮມຄວາມສາມັກຄີເຮັດໜ້າທີ່ນຳພາເອື້ອຍນ້ອງແມ່ຍິງເຄື່ອນໄຫວດຳເນີນຊີວິດປະຈຳເດືອນ, ສໍາຫຼວດກວດກາ, ກໍ່ສ້າງເຊິ່ງກັນ ແລະ ກັນ, ເສຍເງິນບໍາລຸງເປັນປົກກະຕິ, ພ້ອມກັນນັ້ນຕ້ອງສ້າງເງື່ອນໄຂ ແລະ ໂອກາດ​ນຳ​ສະ​ເໜີ​ຄະ​ນະ​ພັກ, ຄະ​ນະ​ພະ​ແນກໃຫ້ສະມາຊິກແມ່ຍິງໄດ້ຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະ ແລະ ທິດສະດີ ໃນແຕ່ລະຂັ້ນໃຫ້ມີຈໍານວນເພີ່ມຂຶ້ນ, ເຕົ້າໂຮມກໍາລັງແຮງທາງສະຕິປັນຍາຂອງແມ່ຍິງໃຫ້ເຂົ້າຮ່ວມຈັດຕັ້ງປະຕິບັດແຜນຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ ເວົ້າສະເພາະ ແຜນພັດທະນາແມ່ຍິງແຕ່ລະຂັ້ນໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້. ເປັນເຈົ້າການນໍາພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ​3 ດີ ‘‘ ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ’’​ ໃຫ້ມີຄຸນນະພາບຍິ່ງຂຶ້ນ.