ວັນທີ 26 ມີນາ 2025, ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດກອງປະຊຸມສ່ອງແສງອ້ອມຂ້າງ ປະຈຳໄຕມາດ I (ມັງກອນ-ມີນາ) ແລະ ທິດທາງແຜນການ ໄຕມາດ II (ເມສາ-ມິຖຸນາ) ໂດຍການເປັນປະທານກອງປະຊຸມຂອງ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ, ເຂົ້າຮ່ວມມີ ທ່ານຮອງປະທານ ສສຍລ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານ-ຮອງປະທານ ສຍ ກະຊວງ-ອົງການ, ແຂວງ, ນະຄອນຫຼວງວຽງຈັນ ພ້ອມດ້ວຍຕາງໜ້າກົງຈັກຊ່ວຍວຽກ ຂອງ ສສຍລ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ. ກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບຕີລາຄາການເຄື່ອນໄຫວວຽກງານສະຫະພັນແມ່ຍິງຂອງແຕ່ລະພາກສ່ວນ ໃນໄລຍະ 03 ເດືອນຜ່ານມາ ພ້ອມທັງປຶກສາຫາລືກຳນົດທິດທາງແຜນການເຄື່ອນໄຫວໃນ 03 ເດືອນຕໍ່ໜ້າ ໂດຍສະເພາະແມ່ນການກະກຽມຈັດກອງປະຊຸມໃຫຍ່ຂອງແຕ່ລະພາກສ່ວນໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ຕິດພັນກັບການກະກຽມດຳເນີນກອງປະຊຸມໃຫຍ່ 03 ຂັ້ນຂອງພັກ ແລະ ວຽກງານປິ່ນອ້ອມອື່ນໆອີກ.

