ຕອນເຊົ້າວັນທີ 15 ມັງກອນ 2025, ຢູ່ສະໂມສອນ ກົມວິທະຍາສາດ-ປະຫວັດສາດການທະຫານກອງທັບ ໄດ້ດຳເນີນກອງປະຊຸມຜູ້ແທນແມ່ຍິງ ຄັ້ງທີ I ໂດຍໃຫ້ກຽດເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານກອງທັບ; ມີຄະນະພັກ-ຄະນະບັນຊາ, ຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 71 ສະຫາຍ (ໃນນັ້ນຜູ້ແທນສົມບູນ 58 ສະຫາຍ, ແຂກຖືກເຊີນ 13 ສະຫາຍ, ເພດຊາຍ 12 ສະຫາຍ).
ໃນວາລະກອງປະຊຸມ ສະຫາຍ ຮ້ອຍເອກ ນາງ ແກ້ວມະນີ ຫົວໜ້າຂະແໜງສະຫະພັນແມ່ຍິງກົມວິທະຍາສາດ-ປະຫວັດສາດການທະຫານກອງທັບ ໄດ້ຜ່ານບົົດລາຍງານການເມືອງທັງສອງພາກຕໍ່ກອງປະຊຸມ ພ້ອມທັງວາງທິດທາງແຜນການໃນ 5 ປີ ຕໍ່ໜ້າ, ຜ່ານມາຂະແໜງສະຫະພັນແມ່ຍິງ ໄດ້ສຶກສາອົບຮົມການເມືອງ-ແນວຄິດ, ປຸກລະດົມ ສະມະຊິກສະຫະພັນແມ່ຍິງທົ່ວກົມວິທະຍາສາດ-ປະຫວັດສາດການທະຫານກອງທັບ ເຂົ້າຮ່ວມຂະບວນການດ້ານຕ່າງໆຢ່າງເປັນຂະບວນຟົດຟື້ນ, ເປັນເຈົ້າການປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບວຽກງານວິຊາສະເພາະຢ່າງເລິກເຊິ່ງ, ພ້ອມດຽວກັນນີ້ ສະຫາຍ ຮທ ນາງ ສຸດສາຍໃຈ ບົວລະວັນ ຮອງຫົວໜ້າຂະແໜງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2019-2024) ແລະ ທິດທາງແຜນພັດທະນາໄລຍະ 5 ປີຕໍ່ໜ້າ (2025-2029), 10 ແຜນງານ 33 ໂຄງການຂອງຂະແໜງສະຫະພັນແມ່ຍິງກົມວິທະຍາສາດ-ປະຫວັດສາດກອງທັບ, ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນດ້ານດີ, ດ້ານອ່ອນ ໃຫ້ມີເນື້ອໃນຄົບຖ້ວນ, ຄອບຄົວຕົວແບບທາງດ້ານຂາຍກະເປົາອອນລາຍ ສາມາດຂາຍໄດ້ 50,000,000 ກີບ/ປີ, ຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມ ຈາກຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມທັງຊີ້ນໍາບາງບັນຫາທີ່ສໍາຄັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ແລະ ກອງປະຊຸມໄດ້ຮັບຮອງເອົາມະຕິກອງປະຊຸມຜູ້ແທນສະຫະພັນແມ່ຍິງທົ່ວກົມວິທະຍາສາດ-ປະຫວັດສາດກອງທັບ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ສໍາລັດຜົນ.
(ຂ່າວ ແລະ ຮູບພາບ ຈາກຫ້ອງການສະຫະພັນແມ່ຍິງກອງທັບ)


