ວັນທີ 21 ສິງຫາ 2026 ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໃນນາມເປັນໃຈກາງປະສານງານວຽກງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດໂຄງການ ປະຈໍາ 6 ເດືອນຕົ້ນປີ 2026 ແລະ ປືກສາຫາລື ທິດທາງແຜນການໃນຕໍ່ໜ້າ ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ຮາລິອຸນໂກ ກັນບັດ ຜູ້ຕາງໜ້າມູນນິທິເອເຊຍ ປະຈໍາ ສປປ ລາວ; ມີ ທ່ານ ປອ ນາງ ສັນສະນີ ແມັກດອນແນວ ຫົວໜ້າແຜນງານປະຈໍາພາກພື້ນ, ຕາງໜ້າຈາກກະຊວງການຕ່າງປະເທດ, ຄະນະຫ້ອງການ, ກົມ, ສູນ ແລະ ຫ້ອງການ ຄຊກມດ ຂອງສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງແຂວງ ສະຫວັນນະເຂດ ແລະ ແຂວງບໍ່ແກ້ວ, ຕາງໜ້າຈາກ ປກສ ແລະ ພະແນກພົວພັນຕ່າງປະເທດ ແຂວງສະຫວັນນະເຂດ ແລະ ແຂວງບໍ່ແກ້ວ ແລະ ຄະນະຮັບຜິດຊອບກອງປະຊຸມ ພ້ອມດ້ວຍທີມງານ ຈາກມູນນິທິເອເຊຍ ປະຈໍາ ສປປ ລາວ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ນາງ ວອນມະນີ ເຮືອງພິດາ ຮອງຫົວໜ້າພະແນກພົວພັນຕ່າງປະເທດ ຫ້ອງການ ສສຍລ ໄດ້ລາຍງານຄວາມຄືບໜ້າ ແລະ ຜົນໄດ້ຮັບຂອງການຈັດຕັ້ງປະຕິບັດກິດຈະກຳໂຄງການ ໄລຍະ 6 ເດືອນຕົ້ນ ປີ 2026 ແລະ ນໍາສະເໜີແຜນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການໄລຍະ 6 ເດືອນທ້າຍ ປີ 2026 ຂອງໂຄງການ “ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງລາວ ໃນການຜັນຂະຫຍາຍແຜນປະຕິບັດງານ ພາກພື້ນອາຊຽນ ວ່າດ້ວຍ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ” ຂອງແຕ່ລະພາກສ່ວນ; ພ້ອມທັງຖອດຖອນບົດຮຽນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກິດຈະກໍາໂຄງການຕໍ່ໜ້າ ໃຫ້ສໍາເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຢ່າງສ້າງສັນ ແລະ ກົງໄປກົງມາ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກິດຈະກໍາໂຄງການຖືກຕ້ອງ, ສອດຄ່ອງ ຕາມລະບຽບຫຼັກການ, ກ້າວໄປເຖິງຄວາມເປັນເອກະພາບ.

