ກອງປະຊຸມທົບທວນໂຄງການ

Mar 3, 2025

ກອງປະຊຸມທົບທວນໂຄງການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນການຄຸ້ມຄອງການປ່ຽນແປງດິນຟ້າອາກາດທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດໃນ ສປປ ລາວ
………………………..
ກົມພັດທະນາແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມທົບທວນໂຄງການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນການຄຸ້ມຄອງການປ່ຽນແປງດິນຟ້າອາກາດທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດໃນ ສປປ ລາວ ຂຶ້ນໃນວັນທີ 25 ກຸມພາ 2025 ທີ່ສູນກາງສະຫະພັນແມ່ຍິງລາວ ໂດຍການເຂົ້າຮ່ວມ ແລະ ກ່າວເປີດ ຂອງ ທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ມີທ່ານ ປອ ນາງ ນິນປະເສີດ ໄຊຍະພອນສີ ຫົວໜ້າກົມພັດທະນາແມ່ຍິງລາວ, ຕາງໜ້າຈາກຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ກົມແຜນການ ແລະ ການເງິນ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ຄະນະຫ້ອງການ, ກົມ, ສູນບັນດາກົງຈັກຊ່ວຍວຽກ ສສຍລ, ຄະນະນໍາສະຫະພັນແມ່ຍິງແຂວງ, ເມືອງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈາກ ແຂວງສະຫວັນນະເຂດ ແລະ ແຂວງເຊກອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຈັດກອງປະຊຸມໃນຄັ້ງນີ້ ເພື່ອທົບທວນຄືນຜົນສໍາເລັດໃນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນການຄຸ້ມຄອງການປ່ຽນແປງດິນຟ້າອາກາດ ທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດ ທີ່ໄດ້ຮັບການສະໜັບສະໜູນທຶນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ເຊິ່ງໃນໄລຍະປີ 2021-2024 ກົມພັດທະນາແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດຕັ້ງ ແລະ ຜັນຂະຫຍາຍວຽກງານດັ່ງກ່າວຢູ່ຊຸມຊົນເປົ້າໝາຍ ໂດຍການໂຄສະນາໃນຫົວຂໍ້ການປົກປັກຮັກສາສິ່ງແວດລ້ອມທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ແລະ ຜ່ານສື່ຕ່າງໆຂອງສະຫະພັນແມ່ຍິງ ເຊັ່ນ: ວິທະຍຸ, ໂທລະພາບ, ໜັງສືພິມ ແລະ ວາລະສານ ເພື່ອປັບປຸງຊີວິດການເປັນຢູ່ຂອງແມ່ຍິງທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ຍົກລະດັບຄວາມສາມາດໃນການເຊື່ອມທັດສະນະບົດບາດຍິງ-ຊາຍ ເຂົ້າໃນການຄຸ້ມຄອງການປ່ຽນແປງດິນຟ້າອາກາດ ໂດຍສະເພາະແມ່ນແມ່ຍິງທີ່ໄດ້ຮັບກະທົບຈາກການປ່ຽນແປງດິນຟ້າອາກາດໄດ້ຮັບການປັບປຸງໃຫ້ດີຂື້ນ. ນອກຈາກນັ້ນ, ແມ່ຍິງໄດ້ຮັບການຝືກອົບຮົມການແປຮູບຜະລິດຕະພັນຈາກໝາກໄມ້ທ້ອງຖິ່ນທີ່ຕິດພັນກັບສິ່ງແວດລ້ອມ ເຊັ່ນ: ການຜະລິດສະບູໝາກນາວ, ສະບູໝາກຂາມ-ກາເຟ, ສະບູນໍ້າເຜິ້ງ-ກາເຟ, ນໍ້າຢາລ້າງຈານໝາກນາວ, ນໍ້າຢາລ້າຈານໝາກຂາມ ແລະ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ຈໍານວນ 100 ຄອບຄົວ; ສາມາດສ້າງຄູຝຶກກ່ຽວກັບການເຊື່ອມບົດບາດຍິງ-ຊາຍ ທີ່ຕິດພັນກັບການປ່ຽນແປງດິນຟ້າອາກາດ ໄດ້ຈໍານວນ 285 ທ່ານ ແລະ ຊາວບ້ານ ໃນ 6 ບ້ານເປົ້າໝາຍ ມີ 1,020 ຄົນ ໃນນັ້ນ ມີເພດຊາຍ 50 % ໄດ້ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້ຕ່າງໆຂອງໂຄງການ ແລະ ຊຸມຊົນໄດ້ຮັບຂໍ້ມູນຂ່າວສານທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ຈຳນວນ 8,000 ເທື່ອຄົນ. ໂອກາດນີ້, ຄະນະນໍາສະຫະພັນແມ່ຍິງແຂວງສະຫວັນນະເຂດ ແລະ ແຂວງເຊກອງ ໄດ້ລາຍງານຜົນສໍາເລັດ, ຈຸດດີ-ຂໍ້ຄົງຄ້າງ ແລະ ຂໍ້ສະເໜີ ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງຂອງໂຄງການ ແລະ ຜູ້ເຂົ້າຮ່ວມທັງໝົດໄດ້ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າມີປະສິດທິພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ.