ກອງປະຊຸມທາບທາມຮ່າງເນື້ອໃນ

7 / 05 / 2026 | ຂ່າວສານ, ເດັ່ນ

ກອງປະຊຸມທາບທາມຮ່າງເນື້ອໃນເອກະສານກອງປະຊຸມໃຫຍ່ ແລະ ບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ V (ຮອບທີ I)

ກອງປະຊຸມທາບທາມຮ່າງເນື້ອໃນເອກະສານກອງປະຊຸມໃຫຍ່ ແລະ ບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ V ( ຮອບທີ I ) ຈັດຂຶ້ນໃນວັນທີ 05 ພຶດສະພາ 2026, ທີ່ສູນອົບຮົມແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ໂດຍການເປັນປະທານຂອງ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ); ມີຄະນະບໍລິຫານງານພັກ, ສະມາຊິກພັກອາວຸໂສບໍານານ, ຄະນະໜ່ວຍພັກຮາກຖານສູນກາງສະຫະພັນແມ່ຍິງລາວ, ຄະນະຊຸກຍູ້, ຕິດຕາມ ກອງປະຊຸມຈາກຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍສະມາຊິກພັກ ສສຍລ ເຂົ້າຮ່ວມ.
ການທາບທາມບຸກຄະລາກອນເຂົ້າໂຄງປະກອບຄະນະບໍລິຫານງານພັກ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ V (ຮອບທີ I) ແມ່ນເພື່ອເປັນຂໍ້ມູນພື້ນຖານສໍາຄັນໃນການຈັດຕັ້ງປະຕິບັດໃນແຕ່ລະຂັ້ນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງຄະນະບໍລິຫານງານພັກ ສູນກາງສະຫະພັນແມ່ຍິງລາວ, ເພື່ອຍົກສູງພາລະບົດບາດ, ໜ້າທີ່ ທີ່ໄດ້ກຳນົດໃນກົດລະບຽບ ແລະ ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ເຊິ່ງເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງເອື້ອຍນ້ອງແມ່ຍິງບັນດາເຜົ່າໃນທົ່ວປະເທດ.
ໃນກອງປະຊຸມທາບທາມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອທັງສອງພາກ, ທິດທາງໃນຕໍ່ໜ້າ ແລະ ຜ່ານຮ່າງແຜນພັດທະນາແມ່ຍິງລາວ ໄລຍະ 5 ປີ (2026-2030) ພ້ອມທັງຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກ ສສຍລ ສະໄໝທີ IV. ຈາກນັ້ນ ໄດ້ຮັບຟັງການຜ່ານມາດຖານເງື່ອນໄຂຜູ້ສະໝັກຄະນະບໍລິຫານງານພັກ ສູນກາງແມ່ຍິງລາວ ສະໄໝທີ V ເພື່ອເປັນບ່ອນອີງໃນການຄົ້ນຄວ້າ, ຕັດສິນໃຈ ຄັດເລືອກເອົາຄະນະບໍລິຫານງານພັກ. ໂອກາດທີ່ມີຄວາມໝາຍນີ້, ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ເນັ້ນໜັກໃຫ້ ຜູ້ເຂົ້າຮ່ວມກອງປະຊຸມ ຕ້ອງຍົກສູງຄວາມຮັບຜິດຊອບຂອງຕົນໃນການທາບທາມຄັ້ງນີ້ ໂດຍໃຫ້ພິຈາລະນາຢ່າງຄັກແນ່ ເຖິງມາດຖານເງື່ອນໄຂຂອງຜູ້ທີ່ຈະລົງສະໝັກເປັນຄະນະບໍລິຫານງານພັກສູນກາງສະຫະພັນແມ່ຍິງລາວຢ່າງລະອຽດຖີ່ຖ້ວນ ເພື່ອໃຫ້ໄດ້ບຸກຄະລາກອນຕາມຄາດໝາຍທີ່ວາງໄວ້; ຈາກນັ້ນໄດ້ດໍາເນີນການປ່ອນບັດທາບທາມ ຮອບ I ຢ່າງເປັນທາງການ.
ພ້ອມນີ້, ໃນຕອນບ່າຍມື້ດຽວກັນ ໄດ້ຈັດທາບທາມຄະນະປະຈໍາພັກ, ເລຂາ, ຮອງເລຂາ, ປະທານກວດກາ, ຮອງປະທານກວດກາຄະນະບໍລິຫານງານພັກ ສສຍລ ສະໄໝທີ V; ມີຄະນະບໍລິຫານງານພັກທີ່ຍັງປະຈໍາການ, ຄະນະໜ່ວຍພັກ, ສະມາຊິກພັກທີ່ມີຕໍາແໜ່ງຮອງຫົວໜ້າກົມຂຶ້ນໄປ ແລະ ຄະນະຮັບຜິດຊອບບຸກຄະລາກອນເຂົ້າຮ່ວມ.