ກອງປະຊຸມທາບທາມຮ່າງເນື້ອໃນເອກະສານກອງປະຊຸມໃຫຍ່

19 / 05 / 2026 | ຂ່າວສານ ແລະ ກິດຈະກຳ

ກອງປະຊຸມທາບທາມຮ່າງເນື້ອໃນເອກະສານກອງປະຊຸມໃຫຍ່ ແລະ ບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກສູນກາງສະຫະພັນແມ່ຍິງລາວ ສະໄໝທີ V (ຮອບທີ II)

ກອງປະຊຸມທາບທາມຮ່າງເນື້ອໃນເອກະສານກອງປະຊຸມໃຫຍ່ ແລະ ບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ V (ຮອບທີ II) ຈັດຂຶ້ນໃນວັນທີ 15 ພຶດສະພາ 2026 ທີ່ສູນອົບຮົມແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ໂດຍການເປັນປະທານຂອງ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ); ມີຄະນະບໍລິຫານງານພັກ, ສະມາຊິກພັກອາວຸໂສບໍານານ, ຄະນະໜ່ວຍພັກຮາກຖານສູນກາງສະຫະພັນແມ່ຍິງລາວ, ຄະນະຊຸກຍູ້, ຕິດຕາມ ກອງປະຊຸມຈາກຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍສະມາຊິກພັກ ສສຍລ ເຂົ້າຮ່ວມ.
ໃນກອງປະຊຸມທາບທາມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອທັງສອງພາກ, ທິດທາງໃນຕໍ່ໜ້າ ແລະ ຜ່ານຮ່າງແຜນພັດທະນາແມ່ຍິງລາວ ໄລຍະ 5 ປີ (2026-2030) ທີ່ໄດ້ມີການປັບປຸງຈາກກອງປະຊຸມທາບທາມ ຮອບທີ I; ພ້ອມດຽວກັນຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳເຫັນ ຕໍ່ຮ່າງເອກະສານທັງສອງ ເພື່ອເຮັດໃຫ້ມີເນື້ອໃນອຸດົມສົມຄົບຖ້ວນ. ຈາກນັ້ນ ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມາດຖານເງື່ອນໄຂຜູ້ອອກໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກສູນກາງສະຫະພັນແມ່ຍິງລາວ ສະໄໝທີ V, ຜ່ານມາດຕະຖານ ຄະນະປະຈໍາພັກ, ເລຂາ, ຮອງເລຂະນະພັກ, ປະທານ ແລະ ຮອງປະທານກວດກາພັກ ສສຍລ ສະໄໝທີ V ເພື່ອເປັນບ່ອນອີງໃນການຄົ້ນຄວ້າ, ຕັດສິນໃຈ ຄັດເລືອກເອົາຄະນະບໍລິຫານງານພັກ. ໂອກາດທີ່ມີຄວາມໝາຍນີ້, ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ເນັ້ນໜັກໃຫ້ ຜູ້ເຂົ້າຮ່ວມກອງປະຊຸມ ຕ້ອງຍົກສູງຄວາມຮັບຜິດຊອບຂອງຕົນໃນການທາບທາມຄັ້ງນີ້ ໂດຍໃຫ້ພິຈາລະນາຢ່າງຄັກແນ່ ເຖິງມາດຖານເງື່ອນໄຂຂອງຜູ້ທີ່ຈະລົງສະໝັກເປັນຄະນະບໍລິຫານງານພັກສູນກາງສະຫະພັນແມ່ຍິງລາວຢ່າງລະອຽດຖີ່ຖ້ວນ ເພື່ອໃຫ້ໄດ້ບຸກຄະລາກອນຕາມຄາດໝາຍທີ່ວາງໄວ້; ຈາກນັ້ນໄດ້ດໍາເນີນການປ່ອນບັດທາບທາມ ຮອບ II ຢ່າງເປັນທາງການ.
ໂອກາດດຽວກັນ ໄດ້ຈັດທາບທາມຄະນະປະຈໍາພັກ, ເລຂາ, ຮອງເລຂາຄະນະພັກ, ປະທານກວດກາ, ຮອງປະທານກວດກາຄະນະບໍລິຫານງານພັກ ສສຍລ ສະໄໝທີ V; ມີຄະນະບໍລິຫານງານພັກທີ່ຍັງປະຈໍາການ, ຄະນະໜ່ວຍພັກ, ສະມາຊິກພັກທີ່ມີຕໍາແໜ່ງຮອງຫົວໜ້າກົມຂຶ້ນໄປ ແລະ ຄະນະຮັບຜິດຊອບບຸກຄະລາກອນເຂົ້າຮ່ວມ