ກອງທຶນສາມັກຄີຈໍາປາສັກ

19 / 05 / 2026 | ແຂວງຈໍາປາສັກ

ກອງທຶນສາມັກຄີຈໍາປາສັກ ຊ່ວຍເຫຼືອສັງຄົມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2026 ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ

#ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ຂອງກອງທຶນສາມັກຄີຈໍາປາສັກ ຊ່ວຍເຫຼືອສັງຄົມ ປະຈໍາປີ 2026 ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ 2026 ນີ້ ທີ່ຫ້ອງວ່າການແຂວງຈໍາປາສັກ. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ອາລຸນໄຊ ສູນນະລາດ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ. ທ່ານ ປອ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ. ທ່ານ ສຸພາບ ທໍາມະຮັກສາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ. ທ່ານ ນາງ ວຽງສະໄໝ ສູນນະລາດ ປະທານກອງທຶນສາມັກຄີຈໍາປາສັກ ຊ່ວຍເຫຼືອສັງຄົມ. ພ້ອມນີ້, ມີບັນດາທ່ານໃນຄະນະປະຈໍາພັກແຂວງ, ຕາງໜ້າພະແນກການອ້ອມຂ້າງແຂວງ, ພັນລະຍາການນໍາ, ນັກທຸລະກິດຍິງ ແລະ ແຂກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
#ໃນພິທີ, ທ່ານ ນາງ ວຽງສະໄໝ ສູນນະລາດ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ແຕ່ເດືອນມິຖຸນາ 2024 ຫາ ເດືອນເມສາ 2026 ແລະ ວາງທິດທາງແຜນການ 5 ປີ (2026–2030), ລວມທັງຈຸດສຸມ 6 ເດືອນທ້າຍປີ 2026. ພ້ອມຍົກໃຫ້ເຫັນປະຫວັດຄວາມເປັນມາຂອງກອງທຶນສາມັກຄີຈຳປາສັກ ຊ່ວຍເຫຼືອສັງຄົມ ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນມິຖຸນາ 2024 ໂດຍການຮ່ວມມືລະຫວ່າງ ສະຫະພັນແມ່ຍິງແຂວງ ແລະ ພັນລະຍາການນໍາແຂວງ. ທຶນຮອນແມ່ນໄດ້ມາຈາກການລະດົມ ດ້ວຍຄວາມຕື່ນຕົວແລະສະໝັກໃຈ ຈາກຄອບຄົວການນໍາ, ນັກທຸລະກິດ, ຜູ້ປະກອບການ ແລະ ບໍລິສັດຫ້າງຮ້ານຕ່າງໆ ທັງຢູ່ສູນກາງ ແລະ ພາຍໃນແຂວງຈຳປາສັກ ເພື່ອເປັນກຳລັງແຮງໃນການຊ່ວຍເຫຼືອສັງຄົມ ແລະ ຄອບຄົວທຸກຍາກຂາດເຂີນ.
#ຜ່ານການເຄື່ອນໄຫວໄລຍະຜ່ານມາ, ກອງທຶນສາມາດລະດົມທຶນຮອນເບື້ອງຕົ້ນໄດ້ທັງໝົດ 1,556,500,000 ກີບ. ເຊິ່ງໄດ້ນໍາໄປໃຊ້ເຂົ້າໃນກິດຈະກໍາສາທາລະນະປະໂຫຍດຢ່າງຫຼວງຫຼາຍ ເປັນຕົ້ນແມ່ນ: ມອບວັດຖຸປັດໄຈຊ່ວຍເຫຼືອໂຮງຮຽນທີ່ຂາດເຂີນ, ໂຮງໝໍແຂວງ, ສູນຄົນພິການ ແລະ ສູນຫັດຖະກຳຕ່ຳແຜ່ນຜ້າ. ຢ້ຽມຢາມ ແລະ ຊ່ວຍເຫຼືອທະຫານຊາຍແດນ ແລະ ຄອບຄົວຜູ້ປະສົບອັກຄີໄພ. ປະກອບສ່ວນສ້າງເສັ້ນທາງ, ຊຸກຍູ້ນັກກິລາ ແລະ ສະໜັບສະໜູນກິດຈະກໍາວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ອົງການຈັດຕັ້ງມະຫາຊົນ.
#ໃນກອງປະຊຸມຄັ້ງນີ້ ຍັງໄດ້ມີການຜ່ານຂໍ້ຕົກລົງແບ່ງຄວາມຮັບຜິດຊອບ ພາຍໃນຄະນະຮັບຜິດຊອບກອງທຶນຊຸດໃໝ່ ດັ່ງນີ້: ທ່ານ ນາງ ວຽງສະໄໝ ສູນນະລາດ ເປັນປະທານກອງທຶນ. ທ່ານ ນາງ ວິໄລພອນ ວິໄລວົງ ເປັນຮອງປະທານ. ທ່ານ ນາງ ສົມໝາຍ ທໍາມະຮັກສາ ເປັນຮອງປະທານ. (ພ້ອມທັງແບ່ງງານໃຫ້ຄະນະກໍາມະການໃນຕໍາແໜ່ງອື່ນໆ ເພື່ອຄວາມເໝາະສົມ).
#ໂອກາດດຽວກັນ, ກອງປະຊຸມຍັງໄດ້ຈັດພິທີມອບໃບກຽດຕິຄຸນ ແລະ ກະຕ່າຂອງຂວັນ ໃຫ້ແກ່ພັນລະຍາອະດີດການນໍາແຂວງ ສະໄໝທີ VIII, ມອບໃບກຽດຕິຄຸນໃຫ້ພັນລະຍາການນໍາແຂວງ ສະໄໝທີ VIII ທີ່ສືບຕໍ່ດໍາລົງຕໍາແໜ່ງ, ຕະຫຼອດຮອດນັກທຸລະກິດ ແລະ ຜູ້ປະກອບການ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນອຸປະຖໍາກອງທຶນ.
#ຕໍ່ຈາກນັ້ນ, ທ່ານ ປອ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງກອງທຶນ ທີ່ໄດ້ຮ່ວມຮ້ອຍດວງໃຈຊ່ວຍເຫຼືອສັງຄົມຢ່າງທົ່ວເຖິງ. ເພື່ອເຮັດໃຫ້ກອງທຶນມີຄວາມເຕີບໃຫຍ່ເຂັ້ມແຂງໃນຕໍ່ໜ້າ, ທ່ານໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບເອົາໃຈໃສ່ບາງດ້ານ ດັ່ງນີ້: ເພີ່ມທະວີຄວາມສາມັກຄີ: ເຕົ້າໂຮມກຳລັງແຮງຈາກທຸກພາກສ່ວນເພື່ອຂະຫຍາຍກອງທຶນໃຫ້ກວ້າງຂວາງ. ປັບປຸງແບບແຜນວິທີເຮັດວຽກ: ເຮັດວຽກໃຫ້ແທດເໝາະກັບສະພາບຄວາມເປັນຈິງ, ມີລະບຽບການຄຸ້ມຄອງ ບົດສະຫຼຸບລາຍຮັບ-ລາຍຈ່າຍ ທີ່ໂປ່ງໃສ ແລະ ຊັດເຈນ. ສ້າງລາຍຮັບແບບຍືນຍົງ: ຊຸກຍູ້ການສ້າງ ແລະ ຈໍາໜ່າຍຜະລິດຕະພັນສິນຄ້າຕ່າງໆ ເພື່ອສ້າງລາຍຮັບເພີ່ມໃຫ້ແກ່ກອງທຶນ.
#ໃນຕອນທ້າຍພິທີ, ຄະນະປະຈໍາພັກແຂວງ ກໍຄືການນໍາຂອງແຂວງ ໄດ້ມອບທຶນສະໜັບສະໜູນເພີ່ມເຕີມໃຫ້ແກ່ກອງທຶນສາມັກຄີຈໍາປາສັກ ຊ່ວຍເຫຼືອສັງຄົມ ເປັນຈໍານວນເງິນ 1,000,000,000 ກີບ (ໜຶ່ງຕື້ກີບ) ພ້ອມດ້ວຍພາກສ່ວນອື່ນໆ ທີ່ໄດ້ຮ່ວມບໍລິຈາກທຶນຮອນເພີ່ມເຕີມ ເພື່ອໝູນໃຊ້ເຂົ້າໃນເວທີມະນຸດສະທໍາ ແລະ ພັດທະນາສັງຄົມຕໍ່ໄປ.
#ຂ່າວ-ພາບ: ສົມພິດ ຈິດປັນຍາ