ໃນຕອນເຊົ້າວັນທີ 30 ມັງກອນ 2025, ທ່ານ ປອ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງ ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ສະມາຊິກສະພາແຫ່ງຊາດ, ຮອງປະທານ ຄະນະກຳມາທິການບັນດາເຜົ່າ ສະພາແຫ່ງຊາດ ພ້ອມຄະນະ. ການພົບປະຢ້ຽມຢາມຄັ້ງນີ້ ເພື່ອປຶກສາຫາລື ກ່ຽວກັບກົນໄກການປະສານງານ ລະຫວ່າງ ກຳມາທິການບັນດາເຜົ່າ ແລະ ສູນກາງສະຫະພັນແມ່ຍິງລາວ ເພື່ອໃຫ້ມີການແລກປ່ຽນຂໍ້ມູນ ກ່ຽວກັບການຕ້ານ ແລະ ສະກັດກັ້ນບັນຫາຕ່າງໆທີ່ເປັນປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະເກີດຂຶ້ນໃນເດັກ ແລະ ໄວໜຸ່ມຍິງ ໂດຍເນັ້ນເຖິງ 3 ບັນຫາ ຄື:
– ການປະຕິບັດກົດໝາຍໃນຂົງເຂດ ທີ່ ສູນກາງສະຫະພັນແມ່ຍິງລາວຮັບຜິດຊອບ ໂດຍສະເພາະການໂຄສະນາເຜີຍແຜ່ ແລະ ການຜັນຂະຫຍາຍນິຕິກຳລຸ່ມກົດໝາຍທີ່ກ່ຽວພັນເຖິງສິດ ແລະ ຜົນປະໂຫຍດ ຕໍ່ແມ່ຍິງ ແລະ ເດັກ;
– ສະເໜີໃຫ້ສ້າງຕັ້ງຄະນະປະສານງານລະຫວ່າງ ສູນກາງສະຫະພັນແມ່ຍິງລາວ ແລະ ກຳມາທິການບັນດາເຜົ່າ ສະພາແຫ່ງຊາດ ເພື່ອເຮັດໃຫ້ການແລກປ່ຽນຂໍ້ມູນ ແລະ ການປະສານງານສະດວກ ແລະ ວ່ອງໄວ ແລະ ການແກ້ໄຂບັນຫາປາກົດການຫຍໍ້ທໍ້ ຂອງສັງຄົມທີ່ຕິດພັນກັບພາລະບົດບາດ ຂອງສູນກາງສະຫະພັນແມ່ຍິງລາວ ໃນການສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີແມ່ຍິງລາວບັນດາເຜົ່າ ໂດຍສະເພາະແມ່ນປາກົດການຫຍໍ້ທໍ້ ກ່ຽວກັບເດັກ ແລະ ໄວໜຸ່ມຍິງ ແຕ່ງງານກັບຄົນຕ່າງປະເທດ ທີ່ອາດຈະຕົກເປັນການແຕ່ງງານແບບແອບແຝງ ທີ່ນຳໄປສູ່ການຄ້າມະນຸດ;
– ການແຕ່ງງານກ່ອນໄວໃນເດັກຍິງຊົນເຜົ່າ ໂດຍສະເພາະໃນເຂດຊົນນະບົດ.
ນອກຈາກນີ້, ທັງສອງຝ່າຍຍັງໄດ້ແລກປຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເປັນພື້ນຖານອັນສຳຄັນໃນການຮ່ວມມື ແລະ ປະສານງານລະຫວ່າງສອງອົງການຢ່າງກົມກຽວ, ເຂັ້ມແຂງ, ມີປະສິດທິພາບ ແລະ ປະສິດທິຜົນໃນຕໍ່ໜ້າ.

