ຝຶກອົບຮົມກ່ຽວກັບການນຳໃຊ້ຂໍ້ມູນຂອງເດັກທີ່ມີຄວາມບົກພ່ອງທາງດ້ານຮ່າງກາຍ

7 / 04 / 2025 | ຂ່າວສານ ແລະ ກິດຈະກຳ

ຝຶກອົບຮົມກ່ຽວກັບການນຳໃຊ້ຂໍ້ມູນຂອງເດັກທີ່ມີຄວາມບົກພ່ອງທາງດ້ານຮ່າງກາຍ ເຂົ້າໃນແຜນງານ “ຮັກລູກໃຫ້ໃສ່ໃຈ”
…………………………………………………
ວັນທີ 2 ເມສາ 2025 ກົມພັດທະນາແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ອົງການອຸຍນິເຊັບ ຈັດຝຶກອົບຮົມກ່ຽວກັບການນຳໃຊ້ຂໍ້ມູນຂອງເດັກທີ່ມີຄວາມບົກພ່ອງທາງດ້ານຮ່າງກາຍ ເຂົ້າໃນແຜນງານ “ຮັກລູກໃຫ້ໃສ່ໃຈ” ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຮ່ວມ ແລະ ກ່າວເປີດຂອງ ທ່ານ ປອ ນາງ ນິນປະເສີດ ໄຊຍະພອນສີ ຫົວໜ້າກົມພັດທະນາແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ຄາວີ ຫອມສົມບັດ ຊ່ຽວຊານ ດ້ານການປ່ຽນແປງພຶດຕິກຳ ແລະ ສັງຄົມ ອົງການອຸຍນິເຊັບ; ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງພາຍໃນ, ສູນກາງແນວລາວສ້າງຊາດ, ສະມາຄົມຄົນພິການແຫ່ງຊາດລາວ ພ້ອມດ້ວຍສະມາຊິກແຜນງານຂັ້ນແຂວງ 6 ແຂວງຄື: ແຂວງ ຫົວພັນ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ,ອັດຕະປື ແລະ ສາລະວັນ ພ້ອມດ້ວຍທີມງານຈາກອົງການ ອຸຍນີເຊັບ ປະຈຳ ສປປ ລາວ ແລະ ຕາງໜ້າຈາກ ກົມ ທີ່ກ່ຽວຂ້ອງຂອງ ສູນກາງສະຫະພັນແມ່ຍິງລາວ ເຂົ້າຮ່ວມທັງໝົດ 41 ທ່ານ, ຍິງ 34 ທ່ານ, ຊາຍ 7 ທ່ານ.
ການຈັດຊຸດຝຶກອົບຮົມໃນຄັ້ງນີ້ ເພື່ອສົ່ງເສີມຄວາມສາມາດຂອງບັນດາຄູຝຶກແຜນງານ “ຮັກລູກໃຫ້ໃສ່ໃຈ” ໃນການຮູ້ຈຳແນກ ແລະ ສະໜອງການສະໜັບສະໜູນໃຫ້ແກ່ເດັກທີ່ມີຄວາມບົກພ່ອງທາງດ້ານຮ່າງກາຍ ເພື່ອປະກອບສ່ວນໃນແຜນງານ “ຮັກລູກໃຫ້ໃສ່ໃຈ”. ນອກຈາກນີ້, ການຝຶກອົບຮົມຍັງເປັນໂອກາດດີໃຫ້ບັນດາຄູຝຶກສາມາດປະກອບຄຳຄິດເຫັນ ແລະ ທົດສອບເຄື່ອງມືທີ່ເປັນປະໂຫຍດໃຫ້ຄູຝຶກສາມາດນຳໃຊ້ໃນຂັ້ນບ້ານ. ຊຸດຝຶກອົບຮົມດັ່ງກ່າວຈັດຂຶ້ນເປັນເວລາ 3 ວັນ (ວັນທີ 2-4 ເມສາ 2025).