ໂທລະສັບ 021 316253

ຄະນະຜູ້ແທນຂັ້ນສູງຂອງສູນກາງສະຫະພັນແມ່ຍິງລາວ ນຳໂດຍ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ

Jul 1, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ແລະ ຄະນະຜູ້ແທນຂັ້ນສູງຂອງສູນກາງສະຫະພັນແມ່ຍິງຫວຽດນາມ ນຳໂດຍ ທ່ານນາງ ຮາ ທິ ຫງ່າ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ເຂົ້າຮ່ວມງານແລກປ່ຽນວັດທະນະທຳ ແລະ ສະແດງກາຍະກຳກິລາ ໃນຕອນຄ່ຳຂອງວັນທີ 1/7/2022 ທີ່ສວນສາທາລະນະທະເລຕາເວັນອອກ, ນະຄອນດາໜັງ, ສສ ຫວຽດນາມ ຊຶ່ງພາຍໃນງານໄດ້ມີການສະແດງລາຍການວາດຟ້ອນກິລາກາງແຈ້ງ, ການເຕັ້ນ ແລະ ການຮ້ອງເພງທີ່ສ້າງຄວາມເບີກບານມ່ວນຊື່ນ ແລະ ໜ້າປະທັບໃຈໃຫ້ແກ່ຜູ້ທີ່ເຂົ້າຮ່ວມງານ.