ກອງປະຊຸມໃຫຍ່ ຜູ້ແທນສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່ ຄັ້ງທີ IV
………………………………………………
ກອງປະຊຸມໃຫຍ່ ຜູ້ແທນສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່ ຄັ້ງທີ IV ຈັດຂຶ້ນໃນວັນທີ 17 ມັງກອນ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ແສງເດືອນ ວົງອິນ ປະທານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ເລຂາຄະນະພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ແລະ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ມີຄະນະພັກ, ຄະນະກົມ, ຄະນະໜ່ວຍພັກອ້ອມຂ້າງ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ແຂກຖືກເຊີນ ພ້ອມດ້ວຍຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 190 ທ່ານ, ຜູ້ແທນສົມບູນ 165 ທ່ານ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ແລະ ບົດສະຫຼຸບແຜນພັດທະນາແມ່ຍິງ 5 ປີ (2021-2025) ແລະ ທິດທາງແຜນການໃນຕໍ່ໜ້າ (2026-2030) ທີ່ຍົກໃຫ້ເຫັນຜົນງານທີ່ສາມາດເຮັດໄດ້ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເຊິ່ງຜ່ານມາ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກສະຫະພັນແມ່ຍິງ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ປະຕິບັດຕາມແນວທາງຂອງພັກ, ນະໂຍບາຍຂອງລັດ; ຄະນະ ສຍ ໄດ້ສ້າງເງື່ອນໄຂໃຫ້ສະມາຊິກ ໄປຍົກລະດັບຄວາມຮູ້ດ້ານທິດສະດີ ແລະ ວິຊາສະເພາະໃຫ້ສູງຂຶ້ນ ສາມາດບັນຈຸເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງຂັ້ນຕ່າງໆມີຈຳນວນເພີ່ມຂຶ້ນ; ເຂົ້າຮ່ວມທຸກຂະບວນລວມ ແລະ ເປັນເຈົ້າການໃນການປະຕິບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ; ເປັນເຈົ້າການໃນການນຳພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ. ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະທີ I ປີ 2021-2022 ສາມາດປະເມີນສະມາຊິກ ສຍ 3 ດີ ປະເພດ I ໄດ້ 817 ຄົນ (ກວມ 98.75%), ປະເພດ II ໄດ້ 10 ຄົນ (ກວມ 1.02%), ໜ່ວຍສະຫະພັນແມ່ຍິງ 3 ດີ ໄດ້ 17 ໜ່ວຍ, ຄັດເລືອກຕົວແບບດ້ານການສ້າງເສດຖະກິດຄອບຄົວໄດ້ 1 ຄົນ; ໄລຍະທີ II ປີ 2023-2024 ສາມາດປະເມີນສະມາຊິກ ສຍ 3 ດີ ປະເພດ I ໄດ້ 809 ຄົນ (ກວມ 96.88%), ປະເພດ II ໄດ້ 26 ຄົນ (ກວມ 3.11%), ໜ່ວຍສະຫະພັນແມ່ຍິງ 3 ດີ ໄດ້ 17 ໜ່ວຍ, ຄັດເລືອກຕົວແບບດ້ານການສ້າງເສດຖະກິດຄອບຄົວໄດ້ 4 ຄົນ.
ຫຼັງຈາກນັ້ນ, ຜູ້ແທນສົມບູນໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຊຸດໃໝ່ ຈຳນວນ 17 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບກັນເລືອກເອົາ ສະຫາຍ ນາງ ໂຄຕາມິນ ຈັນທະມາລິນ ເປັນປະທານ, ສະຫາຍ ນາງ ຈັນມາລາ ເພັດສໍາພັນ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ຂັນແກ້ວ ແກ້ວນາມມະວົງ ເປັນຮອງປະທານ, ສະຫາຍ ນາງ ໂພຄິນ ອັບໄພ ເປັນຮອງປະທານ ແລະ ສະຫາຍ ນາງ ອໍາວຽງ ເພົ້າວົງໄຊ ເປັນຮອງປະທານກວດກາ ແລະ ເລືອກຕັ້ງເອົາຜູ້ແທນສົມບູນ 4 ສະຫາຍ ແລະ ສໍາຮອງ 1 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX.
ໂອກາດທີ່ມີຄວາມໝາຍສໍາຄັນນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ແລະ ສະຫາຍ ໂພໄຊ ໄຊຍະສອນ ເຊິ່ງທັງສອງທ່ານໄດ້ເນັ້ນໜັກໃຫ້ຄະນະ ສຍ ຊຸດໃໝ່ ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ສະມາຊິກມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຫ້າວຫັນຕັ້ງໜ້າປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ສະມາຊິກ ສຍ ຕ້ອງສູ້ຊົນບຸກບືນຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ; ຄະນະບໍລິຫານງານ ສຍ ຕ້ອງເພີ່ມທະວີຄວາມເປັນເອກະພາບ, ມີການແບ່ງງານ ແບ່ງຄວາມຮັບຜິດຊອບຢ່າງລະອຽດ ພ້ອມທັງເປັນແບບຢ່າງນຳໜ້າໃຫ້ແກ່ສະມາຊິກ, ພ້ອມກັນສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໃຫ້ເປັນຂະບວນ ຕິດແທດກັບວຽກງານຕົວຈິງ ແລະ ມີປະສິດທິພາບຢ່າງແທ້ຈິງ ເພື່ອພ້ອມກັນປະຕິບັດຕາມໜ້າທີ່ການເມືອງທີ່ກອງປະຊຸມໃຫຍ່ມອບໝາຍໃຫ້ຢ່າງມີຜົນສຳເລັດ.




