ກອງປະຊຸມຄົບຄະນະບໍລິຫານງານ ສຍນວ

Feb 20, 2025

ກອງປະຊຸມຄົບຄະນະບໍລິຫານງານ ສຍນວ ເປີດກວ້າງ ຄັ້ງທີ 4 ສະໄໝທີ VIII
……………………………
ວັນທີ 30 ມັງກອນ 2024, ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ (ສຍນວ) ເປີດກອງປະຊຸມຄົບຄະນະບໍລິຫານງານ ສຍນວ ເປີດກວ້າງ ຄັ້ງທີ 4 ສະໄໝທີ VIII ທີ່ ອົງການປົກຄອງນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມພິທີໂດຍ ທ່ານ ປອ ຊົງເລົາ ຢົງນູ ຮອງເລຂາຄະນະພັກນະຄອນຫຼວງວຽງຈັນ, ມີ ທ່ານນາງ ຫຼຽນຄຳ ວິລະພັນ ປະທານ ສຍນວ, ຮອງປະທານ ສຍນວ, ຄະນະບໍລິຫານງານ ສຍນວ ສະໄໝທີ VIII ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ສຍນວ ຄັ້ງທີ IX, ຮ່າງບົດສະຫຼຸບແຜນພັດທະນາແມ່ຍິງ 5 ປີ (2021-2024) ແລະ ແຜນພັດທະນາແມ່ຍິງ ສຍນວ 5 ປີ (2025-2029), ຮ່າງບົດສະຫຼຸບຕີລາຄາຖອດຖອນບົດຮຽນການຈັດຕັ້ງປະຕິບັດຄຳຂວັນ, ຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ (2025-2029), ພ້ອມທັງນຳສະເໜີແຜນການກະກຽມກອງປະຊຸມໃຫຍ່ຜູ້ແທນແມ່ຍີງ ສຍນວ ຄັ້ງທີ IX, ແຜນທາບທາມບຸກຄະລາກອນ, ຮ່າງກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງ ສຍລ ຄົບຮອບ 70 ປີ ຕິດພັນກັບ 3 ວັນປະຫວັດສາດ ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານ ສຍນວ ສະໄໝທີ VIII, ແບ່ງໜ່ວຍດຳເນີນຊີວິດການເມືອງ ພ້ອມທັງຮັບຟັງຄຳໂອ້ລົມຈາກທ່ານຮອງເລຂາຄະນະພັກ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານໃຫ້ບັນລຸຜົນສຳເລັດອີກດ້ວຍ.
ໄລຍະ 1 ປີ ຜ່ານມາ ສຍນວ ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດ ເປັນອັນສໍາຄັນ ໂດຍໄດ້ປຸກລະດົມເອື້ອຍນ້ອງແມ່ຍິງເຂົ້າຮ່ວມຮັບຟັງການເຜີຍແຜ່ເຊື່ອມຊືມແນວທາງນະໂຍບາຍ, ລະບຽບ, ກົດໝາຍ, ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII, ແຜນພັດທະນາແມ່ຍິງ ແລະ ເອກະສານທີ່ກ່ຽວຂ້ອງ; ໄດ້ສໍາເລັດໃນການກະກຽມ ແລະ ນໍາພາດໍາເນີນເປີດກອງປະຊຸມໃຫຍ່, ປັບປຸງການຈັດຕັ້ງຂອງສະຫະພັນແມ່ຍິງພະແນກການ, ອົງການລັດທຽບເທົ່າ ແລະ ເມືອງ ພ້ອມທັງອອກຂໍ້ຕົກລົງແຕ່ງຕັ້ງຮັບຮອງຄະນະສະຫະພັນແມ່ຍິງຊຸດໃໝ່; ໄດ້ຊຸກຍູ້ສະມາຊິກສະຫະພັນແມ່ຍິງໃຫ້ໄປຍົກລະດັບທາງດ້ານທິດສະດີ, ດ້ານວິຊາສະເພາະ ແລະ ຝຶກອົບຮົມດ້ານອື່ນໆ; ຝຶກອົບຮົມຍົກລະດັບຄວາມຮູ້ກ່ຽວກັບການນໍາພາ-ຄຸ້ມຄອງວຽກງານແມ່ຍິງຢູ່ ສສ ຫວຽດນາມ 20 ສະຫາຍ ແລະ ຍົກລະດັບວຽກງານອື່ນໆ; ຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ວຽກງານລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ ຢູ່ໃນ 17 ໂຮງຮຽນ( ພ້ອມທັງມອບອຸປະກອນການສຶກສາ), ຈັດງານລະນຶກວັນາສາກົນຕ້ານການໃຊ້ຄວາມຮຸນແຮງຢູ່ເມືອງ ນາຊາຍທອງ; ໄດ້ເອົາໃຈໃສ່ນຳພາຈັດຕັ້ງປະຕິບັດກຸ່ມທ້ອນເງິນຂອງສະຫະພັນແມ່ຍິງ ຊຶ່ງມີກອງທຶນຂັ້ນບ້ານ 298 ກຸ່ມ, ມີສະມາຊິກ 120,821 ຄົນ, ຍິງ 83,135 ຄົນ, ຊາຍ 37,686 ຄົນ; ພ້ອມນີ້ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວຂອງສູນກາງສະຫະພັນແມ່ຍິງລາວ ໄດ້ເຂົ້າມາບໍລິການເງິນຝາກ-ປ່ອຍເງິນກູ້ ແລະ ຮັບຝາກ ຢູ່ໃນ 3 ເມືອງ ແລະ ຫ້ອງສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ມີ 30 ບ້ານ, ມີສະມາຊິກ 1,116 ຄົນ. ຄຽງຄູ່ກັນນີ້ ກໍໄດ້ນຳພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຢ່າງເປັນເຈົ້າການ ຊຶ່ງໃນປີ 2024 ໄດ້ອອກໃບຢັ້ງຢືນໃຫ້ກົມກອງ 3 ດີ ຈຳນວນ 45 ພາກສ່ວນ, 25 ຮາກຖານ, 17 ໜ່ວຍ ແລະ 01 ສະມາຄົມ ແລະ ຍ້ອງຍໍບຸກຄົນ 3 ດີ, ປະເພດ 1 ໄດ້ 51,005 ຄົນ, ປະເພດ 2 ໄດ້ 6,593 ຄົນ, ບໍ່ໄດ້ປະເມີນ 196 ຄົນ. ນອກນີ້ ຍັງໄດ້ລົງປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບການລົງຊຸກຍູ້ການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ຢູ່ 3 ເມືອງ ໄດ້ທັງໜົົດ 12 ໝ່ວຍ, 12 ບ້ານ, ມີຜູ້ເຂົ້າຮ່ວມ 171 ເທື່ອຄົນ, ຍິງ 126 ເທື່ອຄົນ, ຊາຍ 45 ເທື່ອຄົນ.
ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ (30-31 ມັງກອນ 2025).