ໂທລະສັບ 021 316253

3 ອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ ຮ່ວມກັບສະມາຄົມຄຸນຄ່າລາວ, ຮ້ານຂາຍຢາແສງດາວ ແລະ ສວນອາຫານ ຣີເວີມູນ, ຂະແໜງສະຫະພັນແມ່ຍິງ-ຊາວໜຸ່ມ ກອງພັນໃຫຍ່ທະຫານຮາບຍານເກາະທີ 11 ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ມອບໃຫ້ນາຍ ແລະ ພົນທະຫານ ທີ່ພວມປະຕິບັດໜ້າທີ່ ມອດໄຟໄໝ້ລາມປ່າ ຢູ່ທີ່ເມືອງສັງທອງ

Mar 30, 2023 | ຂ່າວສານ ແລະ ກິດຈະກຳ

ຕອນແລງວັນທີ 28 ມີນາ 2023, 3 ອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ ຮ່ວມກັບສະມາຄົມຄຸນຄ່າລາວ, ຮ້ານຂາຍຢາແສງດາວ ແລະ ສວນອາຫານ ຣີເວີມູນ, ຂະແໜງສະຫະພັນແມ່ຍິງ-ຊາວໜຸ່ມ ກອງພັນໃຫຍ່ທະຫານຮາບຍານເກາະທີ 11 ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ມອບໃຫ້ນາຍ ແລະ ພົນທະຫານ ທີ່ພວມປະຕິບັດໜ້າທີ່ ມອດໄຟໄໝ້ລາມປ່າ ຢູ່ທີ່ເມືອງສັງທອງ ຕາງໜ້າກ່າວມອບໂດຍ ທ່ານ ພັນເອກ ນາງ
ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍຄະນະ ກ່າວຮັບ ແລະ ສະແດງຄວາມຂອບໃຈໂດຍທ່ານ ພັນເອກ ກົງທອງ ສຸຂະວົງ ຫົວໜ້າການທະຫານ ກອງພັນໃຫຍ່ທະຫານຮາບຍານເກາະທີ 11 ພ້ອມດ້ວຍຄະນະ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າເຄື່ອງທັງໝົດ 21,236,000 ກີບ. ໃນໂອກາດດຽວກັນນີ້ ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງ ເມືອງສັງທອງ ກໍ່ໄດ້ໃຫ້ການຕ້ອນຮັບ ແລະ ພົບປະໂອ້ລົມ.
( ຂ່າວ ແລະ ຮູບພາບຈາກ: ຫ້ອງການສະຫະພັນແມ່ຍິງກອງທັບ ).