ໜ່ວຍສະຫະພັນແມ່ຍິງກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ຢ້ຽມຊົມຫ້ອງວາງສະແດງສິນສາຍໄໝ ສສຍລ

Jul 9, 2022 | ຂ່າວສານ ແລະ ກິດຈະກຳ, ສູນກາງ

ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ. ວັນທີ 8 ກໍລະກົດ 2022, ໜ່ວຍສະຫະພັນແມ່ຍິງກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ພ້ອມສະມາຊິກອົງການຈັດຕັ້ງມະຫາຊົນ ໄດ້ໄປຢ້ຽມຊົມຫ້ອງວາງສະແດງສິນສາຍໄໝ ສສຍລ ເພື່ອໃຫ້ສະມາຊິກຂອງສາມອົງການຈັດຕັ້ງມະຫາຊົນຮັບຮູ້ເຖິງມູນເຊື້ອ ແລະ ວັດທະນະທຳອັນດີງາມຂອງແມ່ຍິງລາວບັນດາເຜົ່າ.