ໜ່ວຍພັກຮາກຖານກົມໂຄສະນາ-ວັດທະນະທຳ ສສຍລ ຈັດກອງປະຊຸມຄົບຄະນະກາງສະໄໝ

May 26, 2023 | ຂ່າວສານ ແລະ ກິດຈະກຳ

ພ້ອມດຽວກັນນີ້, ຕອນບ່າຍວັນທີ 22 ພຶດສະພາ 2023, ໜ່ວຍພັກຮາກຖານກົມໂຄສະນາ-ວັດທະນະທຳ ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມຄົບຄະນະກາງສະໄໝຂອງໜ່ວຍພັກຕົນ ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ສະຫາຍ ນາງ ທຳມາ ເພັດວິໄຊ ຮອງເລຂາຄະນະພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີຄະນະຕິດຕາມ-ຊຸກຍູ້ກອງປະຊຸມ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກກົມໂຄສະນາ-ວັດທະນະທຳເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ນາງ ສິນທະມາລາ ລານາວັນ ເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດສະຫຼຸບຕີລາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກສູນກາງສະຫະພັນແມ່ຍິງລາວ ຄະນະໜ່ວຍພັກ ໄດ້ຖືສໍາຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບການປະຕິບັດໜ້າທີ່ການເມືອງ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ປຸກລະດົມ, ສ້າງເງື່ອນໄຂເອື້ອອໍານວຍໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ເຂົ້າຮ່ວມຮັບຟັງການເຜີຍແຜ່, ເຊື່ອມຊືມບັນດານິຕິກໍາຕ່າງໆຂອງພັກ, ຂອງລັດ ແລະ ຮັບຟັງປາຖະກະຖາວັນສໍາຄັນຂອງຊາດ, ຂອງພັກ, ຂອງອົງການຈັດຕັ້ງມະຫາຊົນ ແລະ ສາກົນ, ພ້ອມນີ້ ສະຫາຍ ນາງ ບົວສະຫວັນ ອິນທິສານ ຮອງເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດສຳຫຼວດການນຳພາລວມຂອງໜ່ວຍພັກຮາກຖານກົມ, ຫຼັງຈາກນັ້ນ ໄດ້ດຳເນີນການທາບທາມ ແລະ ປະເມີນພະນັກງານນໍາພາ-ຄຸ້ມຄອງຕື່ມອີກ.
ໂອກາດນີ້ສະຫາຍ ນາງ ທຳມາ ເພັດວິໄຊ ໄດ້ມີຄຳເຫັນໂອ້ລົມ ໂດຍສະຫາຍໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ-ສະມາຊິກພັກທຸກສະຫາຍ ພ້ອມກັນຈັດຕັ້ງປະຕິບັດວຽກງານທີ່ເຫັນວ່າຍັງຄົງຄ້າງ, ເສີມຂະຫຍາຍດ້ານດີ, ສືບຕໍ່ປັບປຸງດ້ານອ່ອນຂໍ້ຄົງຄ້າງໃຫ້ສຳເລັດເປັນກ້າວໆ, ສືບຕໍ່ເອົາໃຈໃສ່ແກ້ໄຂວຽກງານທີ່ຍັງຄົງຄ້າງ, ເພື່ອເປັນບ່ອນອີງໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານທ້າຍສະໄໝໃຫ້ໄດ້ຮັບຜົນດີເທື່ອລະກ້າວ.