ໂທລະສັບ 021 316253

ຄະນະຜູ້ແທນຂັ້ນສູງຂອງ ສສຍລ ໄດ້ໄປທັດສະນະ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວ ບານ່າຮິວ (Ba Na Hills) ທີ່ຂຶ້ນກັບເມືອງ ຮວ່າວາງ

Jul 4, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ຫ່າງຈາກໃຈກາງດາໜັງ ປະມານ 25 ກິໂລແມັດ ຊຶ່ງຕັ້ງຢູ່ຄວາມສູງ 1.487 ແມັດ ເໜືອລະດັບນ້ຳທະເລ. ສະຖານທີ່ແຫ່ງນີ້ປຽບເໝືອນແດນສະຫວັນ ທີ່ເຕັມໄປດ້ວຍສະຖາປັດຕະຍາກຳທີ່ເກົ່າແກ່ ສວຍສົດງົດງາມ, ເຄື່ອງຫຼິ້ນບັນເທີງທີ່ດຶງດູດໃຈ, ການສະແດງທີ່ໜ້າຕື່ນຕາຕື່ນໃຈ, ມີສວນດອກໄມ້ທີ່ຫອມຫວນ ຕ້ອນຮັບແຂກທີ່ມາທ່ຽວຊົມຢ່າງຄັບຄາໜາແໜ້ນ.