ໃນຕອນເຊົ້າ 22 ມິຖຸນາ 2022 ຂະແໜງສະຫະພັນແມ່ຍິງກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ຈັດຕັ້ງພິທີເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII

Jun 22, 2022 | ຂ່າວສານ ແລະ ກິດຈະກຳ, ສູນກາງ

ໃນຕອນເຊົ້າ 22 ມິຖຸນາ 2022 ຂະແໜງສະຫະພັນແມ່ຍິງກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ຈັດຕັ້ງພິທີເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ພ້ອມທັງສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂະບວນການຂໍ້ແຂ່ງຂັນ 3 ດີ ໃນໄລຍະ 5 ປີ (2016-2020) ແລະ ຜ່ານທິດທາງແຜນການ 5 ປີ (2021-2025), ເປັນປະທານພ້ອມທັງເຜີຍແຜ່ເອກະສານ ໂດຍທ່ານ ພັນໂທ ນາງ ຫຼ້າ ຄຸນນະວົງສາ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍທີມງານ, ເຂົ້າຮ່ວມມີ ທ່ານ ພັນໂທ ຄໍາໄຊ ສະນິແກ້ວ ຮອງກົມວິທະຍາສາດ-ປະຫວັດສາດການທະຫານ, ຄະນະພັກ-ຄະນະບັນຊາ, ຄະນະນໍາແມ່ຍິງ ຕະຫຼອດເອື້ອຍນ້ອງສະຫະພັນແມ່ຍິງ ເຂົ້າຮ່ວມທັງໝົດ 60 ສະຫາຍ, ຊາຍ 10 ສະຫາຍ.
(ຂ່າວ ແລະ ຮູບພາບຈາກ: ຫ້ອງການສະຫະພັນແມ່ຍິງກອງທັບ).