ແມ່ຍິງທີ່ແຕ່ງດອງແລ້ວ ຫຼາຍກວ່າ 30% ໄດ້ປະສົບບັນຫາຖືກໃຊ້ຄວາມຮຸນແຮງ ໃນຮູບແບບຕ່າງໆ

Dec 8, 2022 | ເດັ່ນ

ໃນ ສປປ ລາວ ຫຼາຍກວ່າ 30% ຂອງແມ່ຍິງທີ່ແຕ່ງດອງແລ້ວ (ຫຼືແມ່ຍິງ 1 ໃນ 3 ຄົນ) ໄດ້ປະສົບບັນຫາຖືກໃຊ້ຄວາມຮຸນແຮງ ໃນຮູບແບບຕ່າງໆ ເຊັ່ນ: ຄວາມຮຸນແຮງຕໍ່ຮ່າງກາຍ, ຈິດໃຈ, ທາງເພດ ຫຼື ບໍ່ໄດ້ຮັບຄວາມຍຸຕິທຳທາງເສດຖະກິດ ຫຼື ຊັບສິນ. ໃນຈຳນວນດັ່ງກ່າວ, ມີແມ່ຍິງໜ້ອຍກວ່າ 2% ທີ່ລາຍງານສິ່ງທີ່ເກີດຂຶ້ນຕໍ່ເຈົ້າໜ້າທີ່.
ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ຄູ່ຮ່ວມພັດທະນາທັງພາຍໃນ ແລະ ສາກົນ ສືບຕໍ່ສຸມໃສ່ວຽກງານ ເພື່ອໃຫ້ແນ່ໃຈວ່າ ແມ່ຍິງສາມາດເຂົ້າເຖິງຂໍ້ມູນທີ່ຖືກຕ້ອງ ແລະ ສ້າງການປ່ຽນແປງທາງສັງຄົມ ເພື່ອສະໜັບສະໜຸນ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແມ່ຍິງ ກ້າທີ່ຈະເວົ້າເຖິງບັນຫາຄວາມຮຸນແຮງ, ສາມາດຊ່ວຍເຫຼືອ ແລະ ພັດທະນາ ຕົນເອງໃຫ້ຈະເລີນກ້າວໜ້າໄດ້.
ພົບເຫັນແມ່ຍິງຖືກກະທຳຄວາມຮຸນແຮງ, ສາມາດຕິດຕໍ່ໄດ້ທີ່:
☎️ ໂທ 1362 ຫຼື 021 771302, 021 77130203 ເພື່ອຂໍຄຳປຶກສາ ຫຼື ແຈ້ງເຫດດ່ວນ.
☎️ ໂທ 1300 ສາຍດ່ວນຕຳຫຼວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ
👩🏻‍⚕️ ໂຮງໝໍສູນກາງ, ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ໂຮງໝໍນ້ອຍ/ສຸກສາລາ
🏘 ຫ້ອງການບ້ານ, ປກສ ບ້ານ ຫຼື ສະຫະພັນແມ່ຍິງບ້ານ
……………………..
KOICA 라오스 사무소 KOICA Office in Lao PDR | ກະບອກສຽງ ແມ່ຍິງລາວ| UNFPA Laos | UN Women | UNDP Lao PDR |