ໂທລະສັບ 021 316253

ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວພົບປະໂອ້ລົມກັບພີ່ນ້ອງຊາວລາວຢູ່ປະເທດຝະລັ່ງ

Feb 24, 2023 | ຂ່າວສານ

ເນື່ອງໃນໂອກາດເດີນທາງມາຢ້ຽມຢາມທາງການຕາມການເຊີນຂອງ ສະຫະພັນແມ່ຍິງກູບາ ແລະ ການເຊີນຂອງສະຖານເອກອັກຄະລັດຖະທູດລາວ ຢູ່ປະເທດຝະລັ່ງ. ວັນທີ 21 ກຸມພາ 2023, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຮ່ວມກັບສະຖານທູດ ແລະ ສໍາພັນຄົນລາວຢູ່ປະເທດແບນຊິກ ແລະ ພາກເໜືອຂອງປະເທດຝະລັ່ງ ໄດ້ພົບປະໂອ້ລົມກັບພີ່ນ້ອງຊາວລາວ ເພື່ອຢ້ຽມຢາມຖາມຂ່າວ ແລະ ສ້າງຄວາມສາມັກຄີຮັກແພງ ທັງເຊີນຊວນຄົນຮຸ້ນໜຸ່ມພາລູກຫຼານກັບຄືນເມືອຢ້ຽມຢາມ, ຮຽນຮູ້ຮີດຄອງປະເພນີວັດທະນະທໍາທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການ ພ້ອມທັງສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ.