ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ(20 ກໍລະກົດ 1955 – 20 ກໍລະກົດ 2022)

Jul 27, 2022 | ຂ່າວສານ ແລະ ກິດຈະກຳ, ສູນກາງ

ສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ໃນວັນທີ 22 ກໍລະກົດ 2022, ເຊິ່ງຕອນເຊົ້າໄດ້ເຂົ້າວາງກະຕ່າດອກໄມ້ ທີ່ຫໍພິພິທະພັນປະທານໄກສອນພົມວິຫານ ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ. ຈາກນັ້ນໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສຳຄັນດັ່ງກ່າວ ຢູ່ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີທ່ານ ນາງ ວິໄລ ອຸ່ນມີໄຊ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ; ມີຄະນະບໍລິຫານງານສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ, ຕາງໜ້າໜ່ວຍພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ເລົ່າຄືນມູນເຊື້ອວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ຊຶ່ງໄດ້ຍົກໃຫ້ເຫັນເຖິງມູນເຊື້ອການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ກໍຄືແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ ໂດຍສະເພາະແມ່ນ 5 ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ. ພ້ອມນີ້ ທ່ານຍັງໄດ້ມີຄຳເຫັນໂອ້ລົມ ໃຫ້ທິດຊີ້ນຳວຽກງານແມ່ຍິງ ກໍຄືການເປັນເສນາທິການວຽກງານວິຊາສະເພາະ ພ້ອມກັນປະກອບສ່ວນເຂົ້າໃນຜົນສຳເລັດລວມໃຫ້ຄະນະພັກຄະນະຈັດຕັ້ງສູນກາງພັກໃນໄລຍະໃໝ່. ໃນວາລະດັ່ງກ່າວ ຍັງໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງໄລຍະ 04 ປີ (2017-2022) ແລະ ວາງທິດທາງແຜນການ 05 ປີ (2021-2025) ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານແມ່ຍິງໃນໄລຍະ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2022.
ໃນໂອກາດການສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີຄັ້ງນີ້ ສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ຍັງໄດ້ໄປທັດສະນະທ່ຽວຊົມແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ ຢູ່ເມືອງເຟືອງ ແຂວງວຽງຈັນ ເຊິ່ງນຳພາໂດຍ ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ນາງ ວິໄລ ອຸ່ນມີໄຊ ປະທານສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຄຳເພັດ ຈັນສົມພູ ກໍາມະການປະຈຳພັກແຂວງ, ເລຂາພັກເມືອງເຈົ້າເມືອງເມືອງເຟືອງ ແລະ ທ່ານນາງຈັນທະບູນໂພສະລາດກໍາມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນພ້ອມຄະນະ.
(ຂ່າວ ແລະ ຮູບພາບຈາກ: ສຍ ຄະນະຈັດຕັ້ງສູນກາງພັກ)