ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນຕອນເຊົ້າວັນທີ 01 ມິຖຸນາ 2022

Jun 3, 2022 | ກິດຈະກຳ, ຂ່າວສານ ແລະ ກິດຈະກຳ

ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນຕອນເຊົ້າວັນທີ 01 ມິຖຸນາ 2022 ທ່ານ ພັນເອກ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍທີມງານ ໄດ້ເຂົ້າຮ່ວມຂະບວນການປູກຕົ້ນໄມ້ ທີ່ພະແນກສະຫະພັນແມ່ຍິງກອງພົນທະຫານຮາບທີ 1 ໄດ້ຈັດຂຶ້ນຢູ່ກອງພົນທະຫານຮາບທີ 1. ໃນມື້ດຽວກັນນີ້ ບັນດາກົມກອງຮາກຖານຮ່ວມກັບຄະນະພັກ-ຄະນະບັນຊາ, ອົງການຈັດຕັ້ງຊາວໜຸ່ມຂອງກົມກອງໄດ້ຈັດຂະບວນການປູກຕົ້ນໄມ້, ອະນາໄມຄາຍຄູ, ສະຫຼອງວັນເດັກນ້ອຍສາກົນຂຶ້ນຢ່າງເປັນຂະບວນຟົດຟື້ນ.