ໂທລະສັບ 021 316253

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023)

Feb 23, 2023 | ຂ່າວສານ ແລະ ກິດຈະກຳ

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ໃນວັນທີ 3 ກຸມພາ 2023, 3 ອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ ຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ ແລະ ສຍ ກະຊວງປ້ອງກັນຄວາມສະຫງົບ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ນາຍ ແລະ ພົນທະຫານ ທີ່ປະຕິບັດໜ້າທີຢູ່ເຂດທຸລະກັນດານ ຫ່າງໄກສອກຫຼີກ ເພື່ອປົກປັກຮັກສາປະເທດຊາດໃຫ້ມີຄວາມສະຫງົບປອດໄພ ຢູ່ກອງພັນ ງໍ 102 ແລະ ຈຸດສຸມຜາເຈົ້າ ເມືອງກາສີ ແຂວງວຽງຈັນ. ນຳພາຂະບວນການໃນຄັ້ງນີ້ໂດຍ ທ່ານ ພັນເອກ ນາງ ໄພວອນ ອິນທະບຸດ ປະທານສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ພ້ອມຄະນະ ກ່າວຕ້ອນຮັບ ແລະ ສະແດງຄວາມຂອບໃຈໂດຍ ທ່ານ ພັນໂທ ສົມບູນ ສຸທຳມະວົງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ງໍ 102 ພ້ອມຄະນະ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ ດອກໄຟໂຊລາເຊວ 5 ຊຸດ, ຜ້າຫົ່ມ 100 ຜືນ, ຕຽງພັບ 30 ຊຸດ, ຜ້າອັດປາກ 50 ກັບ, ເຈວລ້າງມື 20 ກ່ອງ, ນ້ຳດື່ມ 80 ແກັດ, ໝອນ 40 ໜ່ວຍ, ກະເປົາເດັກນ້ອຍ 150 ໜ່ວຍ, ເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນ ແລະ ອື່ນໆ ລວມມູນຄ່າເຄື່ອງທັງໝົດ 78.260.000ກີບ ແລະ ເງິນສົດຈໍານວນ 5.000.000 ກີບ. ໂອກາດດັ່ງກ່າວ ທາງຄະນະໄດ້ລົງຢ້ຽມຊົມ ການປູກພືດກະສິກຳຂອງອ້າຍນ້ອງທະຫານກອງພັນ ງໍ 102 ຕື່ມອີກ.